ຫວຽດ​ນາມ​ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊ​ຽນ ​ຄັ້ງ​ທີ 36 ຢ່າງ​ລອບ​ຄອ​ບ​ຖີ່​ຖ້ວນ

(VOVWORLD) - ວັນທີ 5 ມີນາ, ຢູ່ສູນກອງປະຊຸມສາກົນ Ariyana ນະຄອນ ດ່ານັ້ງ, ຄະນະຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ໄດ້ດຳເນີນການກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ການເຄື່ອນໄຫວຂັ້ນສູງສະເຫຼີມສະຫຼອງ ອາຊຽນ - ນິວຊີແລນ ຈະດຳເນີນໃນຕົ້ນເດືອນ ເມສາ 2020 ຢູ່ນາຄອນດ່ານັ້ງ.
ຫວຽດ​ນາມ​ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊ​ຽນ ​ຄັ້ງ​ທີ 36 ຢ່າງ​ລອບ​ຄອ​ບ​ຖີ່​ຖ້ວນ - ảnh 1ຄະນະຜູ້ຕາງໜ້າ ຫວຽດນາມປະກາດວຽກງານກະກຽມໃຫ້ແກ່ບັນດາຄະນະຜູ້ແທນ 

ຄະນະຈັດຕັ້ງໄດ້ສະໜອງຂໍ້ມູນຂ່າວສານໃຫ້ແກ່ຄະນະຜູ້ແທນເກືອບ 80 ທ່ານມາຈາກບັນດາປະເທດ ອາຊຽນ, ນິວຊີແລນໄປກະກຽມງານກ່ອນ ແລະ ພະນັກງານທີ່ມາຈາກອົງການສັງກັດຄະນະກຳມະການອາຊຽນ 2020 ປະມານ 150 ທ່ານ. ຕາມນັ້ນແລ້ວ, ໃນສະພາບໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນຄືໃນປັດຈຸບັນ, ນະຄອນດ່ານັ້ງໄດ້ກະກຽມວິທີການດີທີ່ສຸດເພື່ອຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ແກ່ບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມນັບແຕ່ຕອນລົງຍົນຈົນຮອດສະຖານທີ່ ປະຊຸມ ແລະ ໂຮງແຮມບ່ອນທີ່ຄະນະພັກເຊົາຄື: ຂ້າເຊື້ອ, ວັດແທກອຸນຫະພູມຮ່າງກາຍ, ທຳຄວາມສະອາດສະຖານທີ່ປະຊຸມ, ຮາກຖານພັກເຊົາຕ່າງໆ…

ໃນວັນທີ 5 ແລະ 6 ມີນາ, ບັນດາຄະນະຜູ້ແທນທີ່ມາກຽມງານກ່ອນ ໄດ້ດຳເນີນການສຳຫຼວດຕົວຈິງບັນດາສະຖານທີ່ພັກເຊົາ, ສູນການຂ່າວສາກົນ, ສະໜາມບິນສາກົນດ່ານັ້ງ…

ຕອບກັບ

ຂ່າວ/ບົດ​ອື່ນ