ຫວຽດນາມ ກະຕຸກຊຸກຍູ້ ອິນ​ເດຍ ຍົກ​ເລີກ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕົວ ​ແລະ ຈໍາ​ກັດ​ການ​​ແລກປ່ຽນການ​ຄ້າ

(VOVWORLD) -  ຫວຽດນາມ ພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດນໍາເຂົ້າ - ສົ່ງອອກຂອງ ຫວຽດນາມ ແລະ ອິນເດຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ພິເສດແມ່ນໃນໄລຍະເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດໂຄວິດ - 19, ພ້ອມທັງປາດຖະໜາວ່າ ອິນເດຍ ຈະຫຼີກລ້ຽງການໝູນໃຊ້ບັນດາມາດຕະການປ້ອງກັນຕົວ ແລະ ຈໍາກັດການແລກປ່ຽນການຄ້າ ສໍາລັບບັນດາຜະລິດຕະພັນຂອງຫວຽດນາມ. 
ຫວຽດນາມ ກະຕຸກຊຸກຍູ້ ອິນ​ເດຍ ຍົກ​ເລີກ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕົວ ​ແລະ ຈໍາ​ກັດ​ການ​​ແລກປ່ຽນການ​ຄ້າ - ảnh 1ກອງປະຊຸມສົ່ງເສີມການລົງທຶນ - ການຄ້າ ລະຫວ່າງ ຫວຽດນາມ - ອິນເດຍ (ພາບ: TTXVN)

  ນີ້ແມ່ນຄໍາກ່າວປາໄສຂອງທ່ານ ໂດ໊ກວັກຮຶງ, ຮອງຫົວໜ້າກົມການຕະຫຼາດ ອາຊີ - ອາຟະລິກາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຢູ່ທີ່ກອງປະຊຸມອອນລາຍ ສົ່ງເສີມການຄ້າ ແລະ ການລົງທຶນ ດ້ວຍຫົວຂໍ້ “ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນເດຍ ໃນສະພາບການ ປົກກະຕິໃໝ່” ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ມິຖຸນາ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂດ໊ກວັກຮຶງ ເນັ້ນໜັກວ່າ ຫວຽດນາມ ພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດນໍາເຂົ້າ - ສົ່ງອອກ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງປີ 2020. ດັ່ງນັ້ນ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາຫຼຸດຜ່ອນບັນດາຮົ້ວກີດຂວາງໃນການແລກປ່ຽນການຄ້າ ເພື່ອຫຼີກລ້ຽງໃຫ້ມີຜົນກະທົບຫຍໍ້ທໍ້ເຖິງບັນດາການເຄື່ອນໄຫວການຄ້າ ແລະ ດໍາເນີນທຸລະກິດໃນທຸກຂະແໜງການ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານ ໂດ໊ກວັກຮຶງ ໄດ້ກະຕຸກຊຸກຍູ້ຝ່າຍ ອິນເດຍ ບໍ່ໝູນໃຊ້ບັນດາມາດຕະການປ້ອງກັນຕົວທາງການຄ້າ ສໍາລັບບັນດາຜະລິດຕະພັນຂອງຫວຽດນາມ ຄື ເຫຼັກເຄືອບສັງກະສີ, ທໍ່ທອງ ແລະ ເຫຼັກກັນມ້ຽງ, .... ກໍຄື ພິຈາລະນາຍົກເລີກບັນດາມາດຕະການຈໍາກັດດ້ານການຄ້າ ຄື ຈັດວາງລະດັບລາຄາຕໍ່າສຸດສໍາລັບໝາກມ່ວງຫິມະພານ ແລະ ໝາກພິກໄທ, ຮຽກຮ້ອງໃບອະນຸຍາດນໍາເຂົ້າສໍາລັບບັນດາຜະລິດຕະພັນຄື ທູບ.

        ກໍທີ່ກອງປະຊຸມ, ນັກບັນລະຍາຍ ແລະ ແຂກຖືກເຊີນ ຍັງໄດ້ປຶກສາຫາລືກ່ຽວກັບສະພາບການປົກກະຕິໃໝ່ພາຍຫຼັງໂລກລະບາດ; ບັນດາມາດຕະການຮັບປະກັນລັກສະນະຕໍ່ເນື່ອງ ແລະ ຊຸກຍູ້ການພົວພັນທາງການຄ້າລະຫວ່າງຫວຽດນາມ ແລະ ອິນເດຍ ຕື່ມອີກ; ບັນດາຂົງເຂດ, ຂະແໜງອາຊີບຈຸດສຸມ ແລະ ບັນດາກາລະໂອກາດຮ່ວມມື, ດໍາເນີນທຸລະກິດລະຫວ່າງວິສາຫະກິດສອງປະເທດໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ