ຫວຽດ​ນ​າມ ກະ​ທຳ​ເພື່ອ​ຄຳ​ໝັ້ນ​ສັນ​ຍາ​ລວມ: ຢຸດ​ຕິ​ການ​ນຳ​ໃຊ້​ແຮງ​ງານ​ເດັກ​

(VOVWORLD) -  ໝາກຜົນຂອງການສຳຫຼວດແຫ່ງຊາດກ່ຽວກັບແຮງງານເດັກ ສະແດງໃຫ້ເຫັນວ່າ: ອັດຕາເດັກ ຫວຽດນາມ ໄປເຮັດວຽກຫຼຸດລົງແຕ່ 15,5%ໃນປີ 2012 ລົງເຫຼືອພຽງ 9,1% ໃນປີ 2018.
ຫວຽດ​ນ​າມ ກະ​ທຳ​ເພື່ອ​ຄຳ​ໝັ້ນ​ສັນ​ຍາ​ລວມ: ຢຸດ​ຕິ​ການ​ນຳ​ໃຊ້​ແຮງ​ງານ​ເດັກ​ - ảnh 1ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ
(ພາບ: baochinhphu.vn)

ປີນີ້, ວັນທີ 12 ມິຖຸນາ ແມ່ນວັນໂລກ ປ້ອງກັນ, ຕ້ານການນຳໃຊ້ແຮງງງານເດັກ (ວັນທີ 12 ມິຖຸນາ) ມີຫົວຂໍ້ “ຈົ່ງກະທຳເພື່ອຄຳໝັ້ນສັນຍາ: ຢຸດຕິການນຳໃຊ້ແຮງງານເດັກ”. ຢູ່ ຫວຽດນາມ, ວຽກງານປ້ອງກັນ, ຕ້ານ ແລະຫຼຸດຜ່ອນແຮງງານເດັກນ້ອຍໃນໄລຍະຜ່ານມາບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນ. ອັດຕາແຮງງານເດັກ ຢູ່ ຫວຽດນາມ ຫຼຸດລົງໃນແຕ່ລະປີ. ໝາກຜົນຂອງການສຳຫຼວດແຫ່ງຊາດກ່ຽວກັບແຮງງານເດັກ ສະແດງໃຫ້ເຫັນວ່າ: ອັດຕາເດັກ ຫວຽດນາມ ໄປເຮັດວຽກຫຼຸດລົງແຕ່ 15,5%ໃນປີ 2012 ລົງເຫຼືອພຽງ 9,1% ໃນປີ 2018.

ເພື່ອຫຼຸດຜ່ອນສະພາບການນຳໃຊ້ແຮງງານເດັກ, ລັດຖະບານ ຫວຽດນາມ ໄດ້ ແລະ ພວມສຸມໃສ່ເຂົ້າມາດຕະການພື້ນຖານຈຳນວນໜຶ່ງຄື: ບັນລຸລະດັບການສຶກສາສາມັນຢ່າງທົ່ວເຖິງ, ນະໂຍບາຍລົບລ້າງໄພກຶກໜັງສື, ບັນດານະໂຍບາຍຮັບປະກັນຄວາມສະເໝີພາບໃນການສຳຜັດກັບການສຶກສາໃຫ້ແກ່ເດັກ ຊົນເຜົ່າສ່ວນນ້ອຍ, ເດັກນ້ອຍພິການ, ເດັກນ້ອຍໃນຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ເດັກມີສະພາບການພິເສດ… ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເນັ້ນໜັກວ່າ:

ຫວຽດນາມ ໄດ້ກຳນົດທັດສະນະ ແລະ ທິດທາງເພື່ອກະທຳນັ້ນແມ່ນ: ການປ້ອງກັນ, ຕ້ານຫຼຸດຜ່ອນ ແລະ ກ້າວໄປເຖິງການຢຸດຕິການນຳໃຊ້ແຮງງານເດັກຕ້ອງມີການເຂົ້າຮ່ວມຂອງທົ່ວລະບົບການເມືອງ; ຕ້ອງປ່ຽນແປງແນວຄິດຂອງເດັກ, ຄອບຄົວ, ວົງຄະນະຍາດ, ວິທະຍາສາດ, ໂຮງຮຽນ. ແກ້ໄຂໄດ້ບັນຫາແຮງງານເດັກ, ພິເສດແມ່ນປົກປ້ອງເດັກນ້ອຍຈາກບັນດາວຽກງານໜັກ, ມີຄວາມສ່ຽງ, ສິ່ງແວດລ້ອມພິດ ພວກເຮົາຕ້ອງຮ່ວມມື, ສົມທົບກັນຢ່ງແໜ້ນແຟ້ນ ກັບທຸກເປົ້າໝາຍໃນສັງຄົມ ເພື່ອລົບລ້າງແຮງງານເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ