ຫວຽດນາມ - ການາດາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານແລະຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ 2 ຝ່າຍສຸມໃສ່ຮ່ວມມືໃນບາງຂົງເຂດລະອຽດຄື: ການຮັບມືກັບໂລກລະບາດໂຄວິດ-19; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຮ່ວມມືດ້ານການສຶກສາ
ຫວຽດນາມ - ການາດາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານແລະຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19 - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau)

ຕອນຄ່ຳວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນກັບຫວຽດນາມ ແລະ ການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນ ການາດາ ທີ່ໄດ້ມີບັນດາການໜູນຊ່ວຍແທດຈິງໃຫ້ແກ່ປະຊາຊົນຫວຽດນາມ.

ໃນສະພາບ 2 ປະເທດມຸ່່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ 2 ຝ່າຍສຸມໃສ່ຮ່ວມມືໃນບາງຂົງເຂດລະອຽດຄື: ການຮັບມືກັບໂລກລະບາດໂຄວິດ-19; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຮ່ວມມືດ້ານການສຶກສາ, ສະເໜີໃຫ້ ການາດາ ມີມາດຕະການໜູນຊ່ວຍນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ ການາດາ ທີ່ຖືກຜົນກະທົບຍ້ອນໂລກລະບາດໂຄວິດ-19 ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມເຊື້ອຊາດຫວຽດນາມ ດຳລົງຊີວິດ, ເຮັດວຽກຢູ່ ການາດາ.

ສ່ວນທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງໃນບັນດາຂົງເຂດການຄ້າ, ການຮ່ວມມືພັດທະນາ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ຢືນຢັນສືບຕໍ່ໜູນຊ່ວຍຫວຽດນາມ ແລະ ບັນດາພາກພື້ນສຳຜັດກັບວັກຊິນກັນໂຄວິດ-19 ຜ່ານບັນດາກົນໄກຄື: ACT Accelerator, ຂໍ້ລິເລີ່ມ COVAX ແລະ ກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອາຊຽນ.

ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນຄື ສະຫະປະຊາຊາດ, APEC, ອາຊຽນ, ປະຊາຄົມເວົ້າພາສາຝັ່ງ Francophonie...

ຕອບກັບ

ຂ່າວ/ບົດ​ອື່ນ