ຫວຽດ​ນາມ ກ່າວ​ປະ​ນາມ​ທຸກ​ການ​ກະ​ທຳ​ກໍ່​ກາ​ນ​ຮ້າຍ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອີ​ຣັກ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາຄວາມມານະພະຍາຍາມຂອງລັດຖະບານ ອີຣານ ແລະ ຄວາມຄືບໜ້າທີ່ບັນລຸໄດ້ຢູ່ ອີຣັກ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຄວາມໝັ້ນຄົງ ຢູ່ ອີຣັກ. 
ຫວຽດ​ນາມ ກ່າວ​ປະ​ນາມ​ທຸກ​ການ​ກະ​ທຳ​ກໍ່​ກາ​ນ​ຮ້າຍ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອີ​ຣັກ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍເປີດກ່ຽວກັບສະພາບການຢູ່ ອີຣັກ (ພາບ: baoquocte.vn)

ວັນທີ 16 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍເປີດກ່ຽວກັບສະພາບການຢູ່ ອີຣັກ ໂດຍມີການເຂົ້າຮ່ວມຂອງທ່ານນາງ Jeanine Hennis – Plasschaert, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ອີຣັກ, ພ້ອມທັງແມ່ນຫົວໜ້າຄະນະຜູ້ຕາງໜ້າ ສປຊ ປະຈຳ ອີຣັກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບບັນດາຄວາມມານະພະຍາຍາມຂອງລັດຖະບານ ອີຣານ ແລະ ຄວາມຄືບໜ້າທີ່ບັນລຸໄດ້ຢູ່ ອີຣັກ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຄວາມໝັ້ນຄົງ ຢູ່ ອີຣັກ. ກ່ຽວກັບການເລືອກຕັ້ງຈະມາເຖິງ, ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ການເລືອກຕັ້ງຄວນຖືກດຳເນີນດ້ວຍຄວາມເສລີ, ຍຸຕິທຳ ແລະ ຮັບປະກັນມີການເຂົ້າຮ່ວມຢ່າງກວ້າງຂວາງຂອງປະຊາຊົນ, ໃນນັ້ນ ມີຊາວໜຸ່ມ ແລະ ແມ່ຍິງ. ທ່ານກໍຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາຊ່ວຍເຫຼືອ ອີຣັກ, ພ້ອມທັງຮັບປະກັນເຄົາລົບຄວາມເປັນເອກະລາດດ້ານການເມືອງ, ຄວາມເປັນເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣັກ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ສືບຕໍ່ຊົມເຊີຍການເພີ່ມທະວີການຮ່ວມມືລະຫວ່າງ ອີຣັກ ກັບ ກູເວດ ໃນການຊອກຫາຊາວ ກູເວດ ແລະ ພົນລະເມືອງຂອງປະເທດທີ 3 ທີ່ຖືກຫາຍສາບສູນຢູ່ ອີຣັກ, ກໍຄືການມອບສົ່ງຄືນຊັບສິນຂອງກູເວດ ຕາມມະຕິເລກທີ 2107 ຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ