ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ສາ​ມັນ​ຊົນ ໃນ​ການ​ປະ​ທ​ະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ຫວຽດນາມ ກ່າວປະນາມການບຸກໂຈມຕີຄັ້ງຕ່າງໆທີ່ແນ່ໃສ່ສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ. 
ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ສາ​ມັນ​ຊົນ ໃນ​ການ​ປະ​ທ​ະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ທີ່ຈັດຂຶ້ນໃນວັນທີ 16 ພຶດສະພາ (ພາບ: VOV)

  ວັນທີ 16 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມດ່ວນເປັນຄັ້ງທີ 3 ໃນອາທິດ ກ່ຽວກັບສະພາບຄວາມເຄັ່ງຕຶງປີນຂັ້ນໄດລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ໃນຊຸມວັນມໍ່ໆມານີ້. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນຕາມການສະເໜີຂອງ 10 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ລວມມີ ຈີນ, ແອັດສະໂຕນີ, ຝລັ່ງ, ອຽກລັງ, ນ໋ອກແວ, ນີເຊ,  ແຊັງ ແວັງຊັງ, ຕຸຍນີເຊຍ, ອັງກິດ ແລະ ຫວຽດນາມ.

ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ສາ​ມັນ​ຊົນ ໃນ​ການ​ປະ​ທ​ະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 2ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)
   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການປີນຂັ້ນໄດໃນຄວາມເຄັ່ງຕຶງລະຫວ່າງ ຊາວ ອິດສະຣາແອັນ ແລະ ປາແລັດສະຕິນ ເຊິ່ງໄດ້ເຮັດໃຫ້ມີຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບນັບມື້ນັບຫຼາຍ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ກ່າວປະນາມການບຸກໂຈມຕີຄັ້ງຕ່າງໆທີ່ແນ່ໃສ່ສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຮຽກຮ້ອງໃຫ້ບັນດາຝ່າຍທັງໝົດ ຈົ່ງຢຸດຕິທຸກການກະທຳໃຊ້ຄວາມຮຸນແຮງໃນທັນທີ ແລະ ລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມ ສະເໜີ ບັນດາຝ່າຍ, ພິເສດແມ່ນ ອິດສະຣາແອັນ ຈົ່ງເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ລະງັບໃຈຢ່າງສຸດຂີດ ເພື່ອຫຼຸດຜ່ອນຜົນເສຍຫາຍ ແລະ ກໍລະນີເສຍຊີວິດ, ຮັບບາດເຈັບໃຫ້ແກ່ສາມັນຊົນ. ຄວນແກ້ໄຂການປະທະກັນໂດຍສັນຕິວິທີ ແລະ ເພື່ອສັນຕິພາບແບບຍືນຍົງຍາວນານຢູ່ພາກພື້ນຕາເວັນອອກກາງນັ້ນ ມີແຕ່ເສັ້ນທາງໜຶ່ງດຽວ ນັ້ນແມ່ນ ປະຕິບັດມາດຕະການຄົງຕົວທັງສອງລັດ ອິດສະຣາແອັນ ແລະ ປາແລັດສະຕິນ.

ຟ້າມຕວນ - ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ