ຫວຽດນາມ ກ່າວປະນາມຢ່າງແຮງການກະທຳບຸກໂຈມຕີກໍ່ການຮ້າຍຢູ່ ສະຫະພັນລັດເຊຍ

(VOVWORLD) - ວັນທີ 23 ມີນາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ພວກຂ້າພະເຈົ້າມີຄວາມຕື້ນຕົກໃຈເມື່ອໄດ້ຮັບຂ່າວກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍທີ່ໂຫດຮ້າຍສາມານນີ້ ແລະ ຝາກເຖິງລັດຖະບານ, ປະຊາຊົນ ລັດເຊຍ ພ້ອມກັບຄອບຄົວບັນດາຜູ້ປະສົບເຄາະຮ້າຍຄຳຢື້ຢາມຖາມຂ່າວ ແລະ ຄຳແບ່ງເບົາຄວາມເສົ້ນສະຫຼົດໃຈອັນເລິກເຊິ່ງທີ່ສຸດ...
ຫວຽດນາມ ກ່າວປະນາມຢ່າງແຮງການກະທຳບຸກໂຈມຕີກໍ່ການຮ້າຍຢູ່ ສະຫະພັນລັດເຊຍ - ảnh 1(ພາບປະກອບ TTXVN )

ໂດຍກ່ຽວຂ້ອງເຖິງເຫດບຸກໂຈມຕີກໍ່ການຮ້າຍຢູ່ສູນການຄ້າ Crocus, ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ ໃນຕອນຄ່ຳວັນທີ 22 ມີນາ, ຕາມເວລາທ້ອງຖິ່ນ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ວັນທີ 23 ມີນາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ພວກຂ້າພະເຈົ້າມີຄວາມຕື້ນຕົກໃຈເມື່ອໄດ້ຮັບຂ່າວກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍທີ່ໂຫດຮ້າຍສາມານນີ້ ແລະ ຝາກເຖິງລັດຖະບານ, ປະຊາຊົນ ລັດເຊຍ ພ້ອມກັບຄອບຄົວບັນດາຜູ້ປະສົບເຄາະຮ້າຍຄຳຢື້ຢາມຖາມຂ່າວ ແລະ ຄຳແບ່ງເບົາຄວາມເສົ້ນສະຫຼົດໃຈອັນເລິກເຊິ່ງທີ່ສຸດ. ຫວຽດນາມ ກ່າວປະນາມຢ່າງແຮງການກະທຳບຸກໂຈມຕີກໍ່ການຮ້າຍພາຍໃຕ້ທຸກຮູບການ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາບຸກຄົນທີ່ເປັນປໍລະປັກຈະຖືກປັບໄໝລົງໂທດຢ່າງເໝາະສົມ.

        ຕາມສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລ້ວ, ຮອດປະຈຸບັນ, ບໍ່ທັນໄດ້ຢັ້ງຢືນມີກໍລະນີພົນລະເມືອງ ຫວຽດນາມ ແມ່ນຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວ. ໂດຍປະຕິບັດການຊີ້ນຳຂອງກະຊວງການຕ່າງປະເທດ, ສະຖານທູດ ຫວຽດນາມ  ພວມຮີບເຮັ່ງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງປະຈຳຖິ່ນ ເພື່ອຕິດຕາມສະພາບການ, ກຽມພ້ອມບັນດາມາດຕະການປົກປ້ອງພົນລະເມືອງທີ່ຈຳເປັນຖ້າມີພົນລະເມືອງ ຫວຽດນາມ ປະສົບເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ