ຫວຽດ​ນາມ ກ່າວ​ປະ​ນາມ​ໂທດ​ກຳ​ດັບ​ສູນ​ເຊື້ອ​ຊາດ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ກ່າວປະນາມໂທດກຳດັບສູນເຊື້ອຊາດຢ່າງແຮງທີ່ສຸດ.
ຫວຽດ​ນາມ ກ່າວ​ປະ​ນາມ​ໂທດ​ກຳ​ດັບ​ສູນ​ເຊື້ອ​ຊາດ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ (ພາບ: VOV)

ວັນທີ 23 ພຶດສະພາ, ກ່າວຄຳເຫັນໃນວາລະປະຊຸມຄົບຄະນະ ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ທີ່ຈັດຂຶ້ນຢູ່ນິວຢອກ ອາເມລິກາ, ໃນຫົວຂໍ້ ວັດທະນະທຳສັນຕິພາບ ເພື່ອປືກສາຫາລືກ່ຽວກັບບັນຫາດັບສູນເຊື້ອຊາດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ກ່າວປະນາມໂທດກຳດັບສູນເຊື້ອຊາດຢ່າງແຮງທີ່ສຸດ.

      ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຫວຽດນາມ ກໍມີຄວາມມານະພະຍາຍາມລະອຽດ, ການກະທຳຫຼາຍຢ່າງທີ່ມີຄວາມໝາຍ ເພື່ອລົບລ້າງວິນາດຕະກຳດັບສິນເຊື້ອຊາດ ແລະ ລົງໂທດອາດຊະຍາກອນດັບສູນເຊື້ອຊາດ. ບັນດາຄວາມມານະພະຍາຍາມ ແລະ ການກະທຳນີ້ ໄດ້ເລີ່ມມາຈາກນະໂຍບາຍຂອງ ຫວຽດນາມ ທີ່ຍາມໃດກໍເຄົາລົບຄຸນຄ່າຊີວິດມະນຸດ, ໃຫ້ຄຳໝັ້ນສັນຍາປົກປ້ອງປະຊາຊົນ ແລະ ທັດສະນະສະເໝີຕົ້ນສະເໝີປາຍເຊີດຊູກົດບັດ ສປຊ ແລະ ກົດໝາຍສາກົນ.

          ດ້ວຍຖານະເປັນປະເທດສະມາຊິກ ສົນທິສັນຍາວ່າດ້ວຍການສະກັດກັ້ນ ແລະ ລົງໂທດອາດຊະຍາກອນດັບສູນເຊື້ອຊາດ, ຫວຽດນາມ ໄດ້ປະຕິບັດພັນທະປະເທດຂອງຕົນຕາມສົນທິສັນຍາ ແລະ ບັນດາຄຳໝັ້ນສັນຍາສາກົນໃນຂົງເຂດນີ້ ຢ່າງເຂັ້ມງວດ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ