ຫວຽດ​ນາມ ກຳ​ນົດ 3 ສະ​ຖິ​ຕິ​ໂລກ​ໃໝ່

(VOVWORLD) - ວັນທີ 20 ທັນວາ,  ຢູ່ນະຄອນໂຮ່ຈິມິນ, ສູນກາງສະມາຄົມນັກທຳສະຖິຕິຫວຽດນາມ ແລະ ອົງການສະຖິຕິຫວຽດນາມ (VietKings)  ໄດ້ຕັດລາຍການພົບປະກັບນັກທຳສະຖິຕິຫວຽດນາມ ຄັ້ງທີ 41.
ຫວຽດ​ນາມ ກຳ​ນົດ 3 ສະ​ຖິ​ຕິ​ໂລກ​ໃໝ່ - ảnh 1

ຮູບຈຳລອງວັດເສົາດຽວເຮັດຈາກ 11.000 ໄມ້ຈິມແຂ້ວ (ພາບ:nhandan.com.vn)

   ວັນທີ 20 ທັນວາ,  ຢູ່ນະຄອນໂຮ່ຈິມິນ, ສູນກາງສະມາຄົມນັກທຳສະຖິຕິຫວຽດນາມ ແລະ ອົງການສະຖິຕິຫວຽດນາມ (VietKings) ໄດ້ຈັດດລາຍການພົບປະກັບນັກທຳສະຖິຕິຫວຽດນາມ ຄັ້ງທີ 41 ໂດຍມີການເຂົ້າຮ່ວມຂອງນັກທຳສະຖິຕິກ່ວາ 500 ຄົນ ພ້ອມດ້ວຍບັນດາຫົວໜ່ວຍບັນລຸສະຖິຕິໃນທົ່ວປະເທດ.

ທີ່ລາຍການດັ່ງກ່າວ, ຄະນະຈັດຕັ້ງ ໄດ້ມອບ 3 ສະຖິຕິໂລກໃໝ່ໃຫ້ແກ່ບັນດານັກທຳສະຖິຕິ, ລວມມີ: ຮ່ວາງຕວັນລອງ ຊື່ງເປັນຜູ້ທຳອິດໄດ້ປະດິດສ້າງ ແລະ ສ້າງຮູບຈຳລອງບັນດາກິດຈະກຳມໍລະດົກສະຖາປັດຕະຍາກຳທີ່ມີຊື່ງສຽງໃນໂລກ ດ້ວຍສິລະປະ BOARC (ປະສົມລະຫວ່າງໄມ້ຈິມແຂ້ວ ແລະ ສິລະປະແສງສະຫວ່າງ),  ຫວໍ້ທິກີມຮ່ວາງ ຜູ້ມີທີ່ມີ 13 ຊຸດຮຽບຮຽງຫຼາຍຊະນິດທີ່ສຸດ (ໂມງ, ຕິກນ້ຳ, ແພພັນຄໍ, ສະແຕມ..) ຊື່ງໄດ້ຮຽບຮຽງໃນເວລາ 53 ປີຢູ່ຫຼາຍປະເທດໃນໂລກ ແລະ ຫງວຽນວັນຟູງ ດ້ວຍບັນດາຕົ້ນໄມ້ປະດັບ ລວມ 5631 ໂຖ ຊື່ງໄດ້ເຮັດຕາມບັນດາຫົວເລື່ອງຄື: ຖ້ຳເຊີນດອງ (ແຂວງກວາງບິນ), ວັດເຮືອງ, ທາດເຕົ່າ…

 

 

ຕອບກັບ

ຂ່າວ/ບົດ​ອື່ນ