ຫວຽດນາມ - ກຳປູເຈຍ ຄວນເພີ່ມທະວີການພົວພັນດ້ານເສດຖະກິດ, ການລົງທຶນ ແລະ ການທ່ອງທ່ຽວ

ຫວຽດນາມ - ກຳປູເຈຍ ຄວນເພີ່ມທະວີການພົວພັນດ້ານເສດຖະກິດ, ການລົງທຶນ ແລະ ການທ່ອງທ່ຽວ - ảnh 1
(ພາບປະກອບ)

(vovworld) – ​​ຫວຽດນາມ - ກຳປູ​ເຈຍ ຄວນ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ການລົງທຶນ ​ແລະ ການທ່ອງທ່ຽວ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ Samdech Hun Sen ທີ່ຍົກ​ອອກ​ມາ​​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ກຳປູ​ເຈຍ ​ແທກ​ຢື ທີ່​ເຂົ້າ​ຢ້ຽມ​ຂໍ່ານັບ​ໃນ​ໂອກາດ​​ເລີ່​ມຕົ້ນ​ປະຕິບັດ​ໜ້າ​ທີ່ວຽກ​ງານ​ໃໝ່. ທ່ານ​ນາຍົກລັດຖະມົນຕີ Hun Sen  ຖື​ວ່າ ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ​ໄດ້​ຮັບການ​ພັດທະນາ​ຢ່າງ​ດີງາມ, ພ້ອມ​ທັງ​​ເຊື່ອ​ໝັ້ນ​ວ່າ ບົນ​ພື້ນຖານ​ບັນດາ​ຄວາມ​ສະດວກ​ທີ່​ມີ​ຢູ່​ແລ້ວ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ມີທິດ​ທາງ ​ແລະ ​ແຜນການ​​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກວ່າ​ອີກໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແທກ​ຢື ​ເຊື່ອ​ໝັ້ນ​ວ່າ ຈະ​ໄດ້​ຮັບ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຈາກທ່ານ​ນາຍົກລັດຖະມົນຕີ ກໍ່​ຄື​ບັນດາ​ອົງການ​ກ່ຽວ​ຂ້ອງ​ຂອງ​ກຳປູ​ເຈຍ ​ໃນ​ອາຍຸ​ການ​ປະຕິບັດ​ງານ; ພ້ອມທັງ​ສະ​ແດງ​ຄວາມ​ຕັດສິນ​ໃຈ, ຄວາມມານະ​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກຳ​ປູ​ເຈຍ; ປະຕິບັດ​ສຳ​ເລັດໜ້າ​ທີ່​​ເຊິ່ງພັກ ​ແລະ ລັດ​ຫວຽດນາມ ​ໄດ້ມອບ​ໝາຍ​ໃຫ້.

ຂ່າວ/ບົດ​ອື່ນ