ຫວຽດ​ນາມ - ກຳ​ປູ​ເຈຍ ລົງ​ນາມ​ໃນບົ​ດ​ບັນ​ທຶກ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ 28 ຂົງ​ເຂດຢ່າງຮອບ​ດ້ານ

(VOVWORLD) -ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ຫວຽດ​ນາມ - ກຳ​ປູ​ເຈຍ ລົງ​ນາມ​ໃນບົ​ດ​ບັນ​ທຶກ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ 28 ຂົງ​ເຂດຢ່າງຮອບ​ດ້ານ - ảnh 1

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີກຳປູເຈຍ Prak Sokhonn ໄດ້ລົງນາມໃນບົດບັນທຶກການຮ່ວມມືຂອງກອງປະຊຸມ (ພາບ: TTXVN)

ກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ກຳປູເຈຍກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກໄດ້ຮັບການຈັດຕັ້ງພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn.

        ທີ່ກອງປະຊຸມນີ້, ສອງຝ່າຍໄດ້ພ້ອມກັບຕີລາຄາ ແລະ ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາໝາກຜົນທີ່ບັນລຸ້ໄດ້ຂອງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດໃນໄລຍະທີ່ຜ່ານມາເຊິ່ງໄດ້ຮັບການເພີ່ມທະວີທັງຂອບຂະໜາດ ແລະ ທັງປະສິດທິຜົນ. ສອງຝ່າຍກໍ່ໄດ້ປຶກສາຫາລືເພື່ອເຫັນດີເປັນເອກະພາບຕໍ່ທິດທາງສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກໆຂົງເຂດໃນໄລຍະຈະມາເຖິງ.

        ສິ້ນສຸດກອງປະຊຸມ, ທ່ານ ຟ້າມບິ່ງມິງ ແລະ ທ່ານ  Prak Sokhonn ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງດ້ວຍບັນດາເນື້ອໃນ, ລາຍການຮ່ວມມືຢ່າງລະອຽດໃນ 28 ຂົງເຂດ.

ວັນໂດ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ