ຫວຽດ​ນາມ - ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຄັ້ງ​ທີ 7

(VOVWORLD) - ສອງຝ່າຍ ໄດ້ຢັ້ງຢືນວ່າ ບັນດາກົນໄກໂດຍ ອາຊຽນ ນຳພາ, ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງພາກພື້ນ, ຊຸກຍູ້ການສົນທະນາ ແລະ ການຮ່ວມມືລະຫວ່າງບັນດາປະເທດພາຍໃນກຸ່ມ ກໍຄືກັບຄູ່ຮ່ວມມືຢູ່ພາຍນອກ ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ຫວຽດ​ນາມ - ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຄັ້ງ​ທີ 7 - ảnh 1ທ່ານ ພົນໂທ ຮວ່າງຊັວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ  (ພາບ: VOV)

ໃນກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ກຳປູເຈຍ ຄັ້ງທີ 7 ທີ່ຫາກໍດຳເນີນໃນຕອນບ່າຍວັນທີ 7 ສິງຫາ ຢູ່ສຳນັກງານກະຊວງປ້ອງກັນປະເທດ ກຳປູເຈຍ, ນະຄອນຫຼວງ ພະນົມເປັນ, ທ່ານ ພົນໂທ ຮວ່າງຊັວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນເອກ Chay Saing Yun, ລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ ກຳປູເຈຍ ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື, ຜັນຂະຫຍາຍການເຄື່ອນໄຫວຕ່າງໆຢ່າງມີປະສິດທິຜົນ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍ ໄດ້ຢັ້ງຢືນວ່າ ບັນດາກົນໄກໂດຍ ອາຊຽນ ນຳພາ, ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງພາກພື້ນ, ຊຸກຍູ້ການສົນທະນາ ແລະ ການຮ່ວມມືລະຫວ່າງບັນດາປະເທດພາຍໃນກຸ່ມ ກໍຄືກັບຄູ່ຮ່ວມມືຢູ່ພາຍນອກ ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ.

        ກ່ຽວກັບບັນຫາຢູ່ທະເລ, ທ່ານພົນໂທ ຮວ່າງຊວັນຈຽນ ເນັ້ນໜັກວ່າ, ຫວຽດນາມ ມີແຜນນະໂຍບາຍຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ແກ້ໄຂທຸກຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS – 1982); ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ນັກຂ່າວ VOV ປະຈຳ ພະນົມເປັນ

ຕອບກັບ

ຂ່າວ/ບົດ​ອື່ນ