ຫວຽດນາມ - ກຳປູເຈຍ ສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ປັນມູນເຊື້ອ

(VOVWORLD) - ໃນຕອນຄ່ຳວັນທີ 08 ຕຸລາ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີງ ໄດ້ຕ້ອນຮັບຄະນະຜູ້ແທນ ກຳປູເຈຍ ທີ່ພວມເຂົ້າຮ່ວມການພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນລະຫວ່າງ ຫວຽດນາມ - ກຳປູເຈຍ 
ຫວຽດນາມ - ກຳປູເຈຍ ສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ປັນມູນເຊື້ອ - ảnh 1ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີງ ຫງວຽນທ້ຽນເຍີນ 

ໂດຍທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ປະທານສູນກາງ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ເປັນຫົວໜ້າຄະນະ. ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີງ ຫງວຽນທ້ຽນເຍີນ ຢືນຢັນວ່າ: ພັກ, ລັດ, ປະຊາຊົນ ຫວຽດນາມ ເວົ້າລວມ, ໃນນັ້ນມີ ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີ໋ມີງ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນກັບ ກຳປູເຈຍ ດ້ວຍທິດນຳແມ່ນຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ແບບຍືນຍົງຍາວນານ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໂລກ.

        ທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ປະທານສູນກາງ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ, ໃຫ້ຄຳໝັ້ນສັນຍາຈະພ້ອມກັບ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວທາງການທູດປະຊາຊົນລະຫວ່າງສອງປະເທດ, ເພີ່ມທະວີໂຄສະນາສຶກສາຄົນຮຸ່ນໜຸ່ມສອງປະເທດຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເພື່ອສັນຕິພາບ ແລະ ການພັດທະນາ ຂອງ ແຕ່ລະປະເທດ.

        ລາຍການ “ພົບປະມິດຕະພາບ ແລະ ການຮ່ວມມືປະຊາຊົນ ຫວຽດນາມ - ກຳປູເຈຍ” ຄັ້ງທີ IV ໂດຍສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງແຕ່ວັນທີ 7 ເຖີງວັນທີ 12 ຕຸລາ, ຢູ່ນະຄອນ ໂຮ່ຈີ໋ມີງ, ແຂວງ ບີ່ງເຢືອງ ແລະ ແຂວງ ບ່າເຣ້ຍ - ຫວູງເຕົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ