ຫວຽດນາມ - ກຳປູເຈຍ ສະຫລຸບວຽກງານປັກຫຼັກໝາຍຊາຍແດນ

(VOVWORLD) - ຕອນເຊົ້າວັນທີ 05 ຕຸລາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen ໄດ້ເປັນປະທານຮ່ວມກອງປະຊຸມສະຫລຸບວຽກງານປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ກຳປູເຈຍ ໄລຍະປີ 2006 – 2019. ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ເຊັນເອກະສານນິຕິກຳສຳຄັນກ່ຽວກັບຊາຍແດນ 2 ສະບັບ.
ຫວຽດນາມ - ກຳປູເຈຍ ສະຫລຸບວຽກງານປັກຫຼັກໝາຍຊາຍແດນ - ảnh 1 ຫວຽດນາມ - ກຳປູເຈຍ ສະຫລຸບວຽກງານປັກຫຼັກໝາຍຊາຍແດນ

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ ຍາມໃດກໍ່ແມ່ນສິ່ງສັກກາລະບູຊາຂອງແຕ່ລະປະເທດ. ຜ່ານການຜັນແປຂອງປະຫວັດສາດ, ຫວຽດນາມ, ກຳປູເຈຍ ຍາມໃດກໍ່ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ ອ້າຍນ້ອງຮັກແພງກັນ, ມີສາຍພົວພັນອັນສະໜິດແໜ້ນມາແຕ່ດົນນານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພິທີລົງນາມຖືກຈັດຂຶ້ນຢ່າງສົມກຽດໃນມື້ນີ້ ແມ່ນຄຳຖະແຫຼງຢ່າງແຮງຕໍ່ພາກພື້ນ ແລະ ໂລກຂອງ 2 ປະເທດເອກະລາດ, ມີອະທິປະໄຕແມ່ນສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ ກ່ຽວກັບເຈດຈຳນົງ, ຄວາມຕັດສິນໃຈຮ່ວມມື, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ ບົນພື້ນຖານເຄົາລົບຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດຂອງກັນ, ສະເໝີພາບເພື່ອພ້ອມກັນມີຜົນປະໂຫຍດ, ເພື່ອຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຂອງປະຊາຊົນ 2 ປະເທດ.

        ສ່ວນທ່ານນາຍົກລັດຖະມົນຕີ Samdech HunSen ກໍ່ຢືນຢັນວ່າ ພິທີລົງນາມເອກະສານປະຫວັດສາດ 2 ສະບັບນີ້ ແມ່ນພະຍານຫຼັກຖານຢ່າງຈະແຈ້ງ, ແມ່ນຄວາມຄືບໜ້າໃນການແກ້ໄຂບັນຫາຊາຍແດນລະຫວ່າງ 2 ປະເທດຢ່າງເປັນໜ້າຊື່ນຊົມ. ຜົນງານອັນຍິ່ງໃຫຍ່ໃນວຽກງານຂີດເສັ້ນ, ປັກຫຼັກໝາຍຊາຍແດນ ເຊິ່ງ 2 ປະເທດບັນລຸໄດ້ ແມ່ນເລີ່ມມາຈາກຄວາມມານະພະຍາຍາມ ໃນການຊອກຫາມາດຕະການແກ້ໄຂລວມ ໂດຍອີງໃສ່ນ້ຳໃຈມິດຕະພາບ ແລະ ເປັນເພື່ອນມິດນັບຫລາຍສິບປີຜ່ານມາ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 04 ຕຸລາ ຢູ່ຮ່າໂນ້ຍ ກໍ່ໄດ້ດຳເນີນກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ 2019.

ຕອບກັບ

ຂ່າວ/ບົດ​ອື່ນ