ຫວຽດນາມ, ກຳປູເຈຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມ, ກຳປູເຈຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
(ພາບປະກອບ)

(vovworld) -     “​ເວທີ​ປາ​ໄສ​ຮ່ວມ​ມື​ກະສິກຳ​ຫວຽດນາມ - ກຳປູ​ເຈຍ” ​ແລະ “ກອງ​ປະຊຸມ​ແລກປ່ຽນ​ການ​ຄ້າ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ”, ​​ໂດຍກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ສົມທົບ​ກັບ​ກະຊວງ​ການ​ຄ້າ ​ແລະ ກະຊວງ​ກະສິກຳ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ກຳປູ​ເຈຍ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 15/12 ຢູ່ ພະ​ນົ​ມ​ເປັນ, ມຸ້ງ​ໄປ​ເຖິງ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ຕີ​ລາຄາ​ຄວາມ​ສາມາດ​ຮ່ວມ​ມື ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມືຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ​ໃຫ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ​ແລະ ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​​ໂຄສະ​ນາ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ບົມຊ້ອນ​​ດ້ານການຄ້າ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ, ຄວາມ​ສາມາດ​ບົມ​ຊ້ອນການ​ຜະລິດ, ຕອບ​ສະໜອງ​ເພາຫະນະຄື່ອງ​ຈັກ ​ແລະ ວັດຖຸ​​ອຸປະກອນຮັບ​ໃຊ້ກະສິກຳ​ຂອງ​ຫວຽດນາມ; ສະພາບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ໃນ​ຂົງ​ເຂດ​ກະສິກຳ​ລະຫວ່າງ​ຫວຽດນາມ ​ແລະ ກຳ​ປູເຈຍ; ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ການ​ຄ້າ​ໂດຍ​ກົງ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ, ນັກ​ທຸລະ​ກິດ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ