ຫວຽດ​ນາມ ກຳ​ລັງ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ; ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ, ເປັນ​ເຈົ້າ​ການ, ແທດ​ຈິງ, ມີ​ປ​ະ​ສິດ​ທິ​ຜົນ

(VOVWORLD) -ຫວຽດນາມ ພວມສ້າງພື້ນຖານເສດຖະກິດເອກະລາດເປັນເຈົ້າຕົນເອງ, ເປັນເຈົ້າການ, ມີຄວາມສາມາດຢ່າງພຽງພໍເພື່ອຮັບມືກັບການຜັນແປຢູ່ພາຍນອກ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ. ຖືກຳລັງແຮງພາຍໃນເປັນພື້ນຖານ, ຕັດສິນຍາວນານກຳລັງພາຍນອກແມ່ນສຳຄັນ, ບຸກທະລຸ. 
ຫວຽດ​ນາມ ກຳ​ລັງ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ; ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ, ເປັນ​ເຈົ້າ​ການ, ແທດ​ຈິງ, ມີ​ປ​ະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ທີ່ກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມມະຕິກອງປະຊຸມເທື່ອທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ເຊິ່ງໄຂຂຶ້ນໃນຕອນເຊົ້າວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ພວມສ້າງພື້ນຖານເສດຖະກິດເອກະລາດເປັນເຈົ້າຕົນເອງ, ເປັນເຈົ້າການ, ມີຄວາມສາມາດຢ່າງພຽງພໍເພື່ອຮັບມືກັບການຜັນແປຢູ່ພາຍນອກ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ. ຖືກຳລັງແຮງພາຍໃນເປັນພື້ນຖານ, ຕັດສິນຍາວນານກຳລັງພາຍນອກແມ່ນສຳຄັນ, ບຸກທະລຸ. ຍູ້ແຮງກິດຈະການປ່ຽນແປງໃໝ່ເສດຖະກິດຕາມ 3 ເສົາຄ້ຳຫຼັກ: ລົບລ້າງໄພອາດຍາຊິດເກື້ອກູນ, ພັດທະນາເສດຖະກິດຫຼາຍພາກສ່ວນ ແລະ ເຊື່ອມໂຍງເຂົ້າກັບສາກົນ. ພ້ອມກັນນັ້ນ, ສຸມໃສ່ປະຕິບັດ 3 ຂອດບຸກທະລຸຍຸດທະສາດກ່ຽວກັບການປັບປຸງລະບອບລະບຽບການໃຫ້ສົມບູນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສ້າງລະບົບພື້ນຖານໂຄງລ່າງທາງບົກໃຫ້ທັນສະໄໝ. ສ້າງພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ໝູນໃຊ້ວິທະຍາສາດ - ເຕັກນິກ, ພັດທະນາເສດຖະກິດຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ເພື່ອສູ້ຊົນຮອດປີ 2030 ຫວຽດນາມ ກາຍເປັນປະເທດ ອຸດສາຫະກຳທັນສະໄໝ, ມີລາຍຮັບສະເລ່ຍສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

        “ນີ້ແມ່ນບັນຫາຫຍຸ້ງຍາກສັບສົນ, ສະນັ້ນ, ຮຽກຮ້ອງຕ້ອງຄົ້ນຄວ້າຢ່າງລະອຽດ, ບໍ່ຟ້າວຟັ່ງ, ຕ້ອງຕິດແທດກັບສະພາບການຕົວຈິງ, ຕ້ອງເລີ່ມມາຈາກພຶດຕິກຳຕົວຈິງ, ເຄົາລົບພຶດຕິກຳຕົວຈິງຢ່າງພາວະວິໄສ ແລະ ຖືເອົາພຶດຕິກຳຕົວຈິງ ເປັນໄມ້ວັດແທກເພື່ອປະຕິບັດ. ບົນພື້ນຖານນັ້ນ ພວກເຮົາຫັນເປັນກົດໝາຍ. ສ່ວນບັນຫາທີ່ຍັງບໍ່ທັນຈະແຈ້ງ, ແຕ່ພຶດຕິກຳຕົວຈິງໄດ້ວາງອອກນັ້ນ ພວກເຮົາຕ້ອງກ້າເຮັດກ້າທົດລອງ, ທັງເຮັດທັງຖອດຖອນບົດຮຽນ.”

        ຕໍ່ຈາກນັ້ນ, ທ່ານຫົວໜ້າຄະນະເສດຖະກິດສູນກາງພັກ ເຈິ່ນຕວັນແອັງ ຂຶ້ນລາຍງານກ່ຽວກັບບັນດາເນື້ອໃນພື້ນຖານຂອງມະຕິສະບັບເລກທີ 19 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII ວ່າດ້ວຍກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2045.

        ທີ່ການເຮັດວຽກໃນຕອນບ່າຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ນຳສະເໜີຫົວຂໍ້ສະເພາະ “ສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່”. ມະຕິວ່າດ້ວຍ “ສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່” ໄດ້ຍົກອອກ 5 ໝວດທັດສະນະຊີ້ນຳ ເພື່ອແນໃສ່ສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ