ຫວຽດນາມ ກຽມພ້ອມຕ້ອນຮັບການລົງທຶນເຂົ້າຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າ

(VOVWORLD) - ວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກພວມເອົາໃຈໃສ່ລົງທຶນພັດທະນາຂະແໜງອຸດສາຫະກຳ ເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ແລະ ລັດຖະບານໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ ຜັນຂະຫຍາຍຫຼາຍວຽກງານ...
ຫວຽດນາມ ກຽມພ້ອມຕ້ອນຮັບການລົງທຶນເຂົ້າຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸ້ງ
(ພາບ: chinhphu.vn)

ວັນທີ 2 ມັງກອນ, ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸ້ງ ໃຫ້ຮູ້ວ່າ: ວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກພວມເອົາໃຈໃສ່ລົງທຶນພັດທະນາຂະແໜງອຸດສາຫະກຳ ເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ແລະ ລັດຖະບານໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ ຜັນຂະຫຍາຍຫຼາຍວຽກງານ, ສະແດງຄວາມພ້ອມຕ້ອນຮັບກະແສລົງທຶນໃໝ່ເຂົ້າຂະແໜງເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ. ກະຊວງແຜນການ ແລະ ການລົງທຶນ ພວມເປັນເຈົ້າການ, ສ້າງແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ຮອດປີ 2030 ດ້ວຍເປົ້າໝາຍບຳລຸງສ້າງນັກວິສະວະກອນ 50.000 ຄົນ. ຫວຽດນາມ ກໍ່ໄດ້ສ້າງສູນນະວັດຕະກຳແຫ່ງຊາດ (NIC) ແລະ ເຊັນແຜນການຮ່ວມມື ກັບ 2 ກຸ່ມບໍລິສັດອອກແບບ ຊິບ ໃຫຍ່ສຸດຂອງ ອາເມລິກາ ເຊິ່ງແມ່ນ Synopsys ແລະ Garden ເພື່ອສ້າງສູນຄົ້ນຄ້ວາ, ອອກແບບ ຊິບ ໃນບັນດາຮາກຖານຂອງ NIC.

        ກ່ຽວກັບດ້ານພື້ນຖານໂຄງລ່າງ, ບັນດາທ້ອງຖິ່ນໄດ້ກຽມພ້ອມພື້ນທີ່ເພື່ອສະໜອງໃຫ້ບັນດາວິສາຫະກິດ ເຄື່ອງເຄິ່ງຊັກນຳໄຟຟ້າ; ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດເຊື່ອມຕໍ່ບັນດາສູນເສດຖະກິດ, ທ່າກ່ຳປັ່ນທະເລ, ສະໜາມບິນ ກໍ່ພວມໄດ້ຮັບການເພີ່ມທະວີ. ນອກຈາກນັ້ນ, ບັນດາທ້ອງຖິ່ນກໍ່ກະກຽມຄວາມພ້ອມບັນດາບັນຫາກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ໄຟຟ້າ, ນ້ຳ, ພື້ນຖານໂຄງລ່າງສັງຄົມໃຫ້ແກ່ກຳມະກອນໃນຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ