ຫວຽດ​ນາມ ກຽມ​ພ້ອມ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ ​ໄຟ​ຟ້າ

(VOVWORLD) - ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ John Neuffer ປະທານ SIA ເປັນປະທານຮ່ວມການໂອ້ລົມສົນທະນາ, ພ້ອມກັບການເຂົ້າຮ່ວມຂອງບາງກະຊວງ ແລະ ທ້ອງຖິ່ນ, ກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີໃຫຍ່ຂອງ ຫວຽດນາມ ແລະ ອາເມລິກາ. 
ຫວຽດ​ນາມ ກຽມ​ພ້ອມ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ ​ໄຟ​ຟ້າ - ảnh 1ການໂອ້ລົມສົນທະນາ “ຫວຽດນາມ ກຽມພ້ອມພື້ນຖານໂຄງລ່າງເພື່ອຕ້ອນຮັບນັກລົງທຶນໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ” (ພາບ: TTXVN)

ຕອນເຊົ້າວັນທີ 7 ທັນວາ, ການໂອ້ລົມສົນທະນາ “ຫວຽດນາມ ກຽມພ້ອມພື້ນຖານໂຄງລ່າງເພື່ອຕ້ອນຮັບນັກລົງທຶນໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ” ໂດຍກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າພາບຈັດຂຶ້ນ, ສູນນະວັດຕະກຳແຫ່ງຊາດ ສົມທົບກັບສະມາຄົມອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ John Neuffer ປະທານ SIA ເປັນປະທານຮ່ວມການໂອ້ລົມສົນທະນາ, ພ້ອມກັບການເຂົ້າຮ່ວມຂອງບາງກະຊວງ ແລະ ທ້ອງຖິ່ນ, ກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີໃຫຍ່ຂອງ ຫວຽດນາມ ແລະ ອາເມລິກາ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ໃຫ້ຮູ້ວ່າ:

ລັດຖະບານ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຂຶ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ, ວິສາຫະກິດທ້ອງຖິ່ນ ສ້າງແຜນການເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າ ຮອດປີ 2030. ຕາມນັ້ນແລ້ວ, ຫວຽດນາມ ຈະບຳລຸງສ້າງນັກວິສະວະກອນ ລວມມີ 3000 ຄົນ ໃນຂະແໜງເຄິ່ງຊັກນຳໄຟຟ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ປະທານ SIA ແລະ ບັນດາວິສາຫະກິດສະມາຊິກຈະຮັບໄດ້ຂໍ້ມູນທີ່ຕັ້ງໜ້າຫຼາຍຢ່າງເພື່ອຄົ້ນຄ້ວາ ແລະ ມີການຕັດສິນມາລົງທຶນ ຢູ່ ຫວຽດນາມ ໂດຍໄວ

ຕອບກັບ

ຂ່າວ/ບົດ​ອື່ນ