ຫວຽດນາມ ກຽມພ້ອມເພີ່ມທະວີການຮ່ວມມືກັບທຸກໆປະເທດ ແລະ ບັນດາຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ

(VOVWORLD) - ເສດຖະກິດທາງທະເລ ແລະ ການພັດທະນາມຸ່ງໄປເຖິງທະເລແມ່ນການກຳນົດທິດຍຸດທະສາດພັດທະນາຂອງ ຫວຽດນາມ ດ້ວຍວິໄສທັດສ້າງສາປະເທດ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ.
ຫວຽດນາມ ກຽມພ້ອມເພີ່ມທະວີການຮ່ວມມືກັບທຸກໆປະເທດ ແລະ ບັນດາຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ການາດາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າໃນໂລກ (G7) ເປີດກ້ວາງຈັດຂຶ້ນຢູ່ Charlevoix, ແຂວງ Quebec, ເວັບໄຊຂອງກອງທຶນ ອາຊີ - ປາຊີຟິກ ການາດາ (APF ການາດາ) ໄດ້ລົງບົດຕອບສຳພາດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບການປະກອບສ່ວນຂອງ ຫວຽດນາມ ທີ່ກອງປະຊຸມ ແລະ ຖານະບົດບາດຂອງຫວຽດນາມ ນັບມື້ນັບສູງບົນເວທີສາກົນ.

        ເມື່ອແບ່ງປັນກ່ຽວກັບບັນດານະໂຍບາຍໃນປະຈຸບັນຂອງ ຫວຽດນາມ ໃນການພັດທະນາເສດຖະກິດທາງທະເລ ແລະ ປົກປັກຮັກສາສະພາບແວດລ້ອມຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ເສດຖະກິດທາງທະເລ ແລະ ການພັດທະນາມຸ່ງໄປເຖິງທະເລແມ່ນການກຳນົດທິດຍຸດທະສາດພັດທະນາຂອງ ຫວຽດນາມ ດ້ວຍວິໄສທັດສ້າງສາປະເທດ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ. ຫວຽດນາມ ໄດ້ວາງຄາດໝາຍຮອດປີ 2020, ເສດຖະກິດບົນທະເລ ແລະ ເຂດແຄມທະເລຈະປະກອບສ່ວນປະມານ 55% ຍອດຜະລິດຕະພັນພາຍໃນ (GDP) ແລະ 60% ວົງເງິນການສົ່ງອອກຂອງປະເທດຊາດ. ເພື່ອປະຕິບັດວິໄສທັດ ແລະ ຄາດໝາຍດັ່ງກ່າວໃຫ້ໄດ້ນັ້ນ, ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍນະໂຍບາຍ, ແຜນການ ແລະ ມາດຕະການພັດທະນາເສດຖະກິດທາງທະເລ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລ.

        ເມື່ອຕອບຄຳຖາມກ່ຽວກັບບັນດາສານ, ຫົວຄິດປະດິດສ້າງຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດ G7 ເປີດກ້ວາງປີນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ G7 ເປີດກ້ວາງປີນີ້ໄດ້ສະຫງວນບຸລິມະສິດໃຫ້ຫົວຂໍ້ກ່ຽວກັບມະຫາສະມຸດ. ນີ້ແມ່ນບັນຫາເປັນຕາຍສຳລັບການຄົງຕົວ ແລະ ການພັດທະນາຂອງບັນດາປະເທດແຄມທະເລ ແລະ ໜ່ວຍໂລກຂອງພວກເຮົາ. ທ່ານນາຍົກລັດພະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ຊົມເຊີຍຂໍ້ລິເລີ່ມຂອງ ການາດາ ແລະ ບັນດາປະເທດ G7 ຊຸກຍູ້ການຮ່ວມມືສະກັດກັ້ນການປ່ອຍສິ່ງເສດເຫຼືອອອກສູ່ມະຫາສະມຸດ, ເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສ້າງຄວາມສະດວກໃຫ້ແກ່ແມ່ຍິງສຳຜັດບັນດາແຫຼ່ງກຳລັງ ແລະ ບັນດາການບໍລິການພື້ນຖານໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສຳລັບ ຫວຽດນາມ, ໄດ້ສະເໜີໃຫ້ປະຊາຄົມສາກົນປຶກສາຫາລືຄວາມສາມາດມຸ່ງໄປເຖິງຂໍ້ຕົກລົງທົ່ວໂລກກ່ຽວກັບການສະກັດກັ້ນການປ່ອຍສິ່ງເສດເຫຼືອປະເພດຢາງອອກສູ່ມະຫາສະມຸດ ຄ້າຍຄືກັບສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ສະເໜີບັນດາປະເທດ G7 ພິຈາລະນາສ້າງຕັ້ງເວທີປາໄສຮ່ວມມືເປີດກ້ວາງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດແຄມທະເລກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນ ແລະ ການປົກປັກຮັກສາຊີວະພາບຢູ່ທະເລ. ບັນດາຂໍ້ລິເລີ່ມນີ້ຂອງ ຫວຽດນາມ ໄດ້ເລີ່ມມາຈາກຄວາມຕ້ອງການທີ່ຈຳເປັນຂອງປະຊາຄົມສາກົນກ່ຽວກັບການເພີ່ມທະວີການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມທະເລ, ດັ່ງນັ້ນ, ມີຫຼາຍປະເທດເຂົ້າຮ່ວມກອງປະຊຸມຊົມເຊີຍ ແລະ ຮັບຮູ້ຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ