ຫວຽດນາມ ກຽມພ້ອມໃຫ້ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12

(VOVWORLD) - ເຂົ້າຮ່ວມງານແຂ່ງຂັນສີມືແຮງງານພາກພື້ນຄັ້ງນີ້, ຫວຽດນາມ ມີ 52 ຄົນ, ເຂົ້າຮ່ວມງານແຂ່ງຂັນໃນ 26 ສາຂາວິຊາຊ່າງ. ນີ້ລ້ວນແຕ່ແມ່ນບັນດາຄົນງານບັນລຸຜົນງານສູງໃນການແຂ່ງຂັນສີມືແຮງງານລະດັບຊາດ.
ຫວຽດນາມ ກຽມພ້ອມໃຫ້ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 - ảnh 1 ບັນດານັກແຂ່ງຂັນ ຫວຽດນາມ ເຂົ້າຮ່ວມ ງານແຂ່ງຂັນສີມືແຮງງານ

ພິທີເລີ່ມເຄື່ອນໄຫວໄປເຂົ້າຮ່ວມງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ຢູ່ປະເທດໄທ ຂອງຄະນະ ຫວຽດນາມ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມງານແຂ່ງຂັນສີມືແຮງງານພາກພື້ນຄັ້ງນີ້, ຫວຽດນາມ ມີນັກແຂ່ງຂັນ 52 ຄົນ, ເຂົ້າຮ່ວມງານແຂ່ງຂັນໃນ 26 ສາຂາວິຊາຊ່າງ. ນີ້ລ້ວນແຕ່ແມ່ນບັນດາຄົນງານບັນລຸຜົນງານສູງໃນການແຂ່ງຂັນສີມືແຮງງານລະດັບຊາດ. ເພື່ອກະກຽມໃຫ້ແກ່ງານແຂ່ງຂັນສີມືແຮງງານ ອາຊຽນ, ທິມຊາດ ຫວຽດນາມ ໄດ້ຮັບການຝຶກອົບຮົມກ່ອນນີ້ 2 ເດືອນ ແລະ ໄດ້ກຽມພ້ອມແຂ່ງຂັນລະດັບພາກພື້ນນີ້. ນ້ອງຈິງວັນຂາຍ, ນັກແຂ່ງຂັນສາຂາວິຊາຊ່າງ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມຕື່ນເຕັ້ນຫຼາຍ. ຕາມນ້ອງແລ້ວ, ສິ່ງສຳຄັນທີ່ສຸດນັ້ນແມ່ນໃນງານແຂ່ງຂັນຈະມາເຖິງຕ້ອງມີຄວາມເຊື່ອໝັ້ນຕົນເອງ. ປີນີ້, ງານແຂ່ງຂັນໄດ້ຮັບການຈັດຕັ້ງຢູ່ປະເທດໄທ ຕ້ອງເຮັດກິດຈະກຳກ່ຽວກັບວັດຄຳ ແລະ ໂຕຊ້າງ. ສຳລັບນ້ອງແລ້ວ, ມັນບໍ່ຫຍຸ້ງຍາກຫຼາຍ, ຍ້ອນນ້ອງໄດ້ຜ່ານງານແຂ່ງຂັນລະດັບຂະແໜງ ແລະ ລະດັບຊາດຫຼາຍຄັ້ງມາແລ້ວ. ນ້ອງຫວັງວ່າຈະຍາດໄດ້ລາງວັນສູງໃນງານແຂ່ງຂັນຈະມາເຖິງ.

ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ຈະໄດ້ຈັດຕັ້ງແຕ່ວັນທີ 26 ສິງຫາ 2018 ຮອດວັນທີ 5 ກັນຍາ 2018 ຢູ່ແຂວງ ນົນທະບູລີ, ປະເທດໄທ. ດ້ວຍສານທີ່ວ່າ “ASEAN Skills, Crafting the Future” -  “ສີມືແຮງງານ ອາຊຽນ, ສ້າງສັນອະນາຄົດ”, ງານແຂ່ງຂັນຄັ້ງນີ້ໄດ້ດຶງດູດນັກແຂ່ງຂັນເກືອບ 340 ຄົນທີ່ມາຈາກ 10 ປະເທດ ໃນ 26 ອາຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ