ຫວຽດ​ນາມ ຂອບ​ໃຈຄວາມ​ມານ​ະ​ພະ​ຍາ​ຍາມທາງ​ດ້ານ​ການ​ທູດ​ປະ​ຊາ​ຊົນ​ຂອງເພື່ອນ ອາ​ເມ​ລິ​ກາ ​ທ່ານ John McAuliff

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງທ່ານ John McAuliff ກ່ຽວກັບຄວາມມານະພະຍາຍຍາມຂອງທ່ານທີ່ມີຕໍ່ການເຄື່ອນໄຫວການທູດປະຊາຊົນຂອງ ຫວຽດນາມ ໃນຕະຫຼອດເຄິ່ງສະຕະວັດຜ່ານມາ; ຮັບຮູ້ບັນດາຄຳຄິດເຫັນທີ່ສຸດຈິດສຸດໃຈຂອງທ່ານ John McAuliff ສຳລັບບາງບັນຫາສາກົນທີ່ພົ້ນເດັ່ນໃນເວທີປາໄສ ສປຊ.
ຫວຽດ​ນາມ ຂອບ​ໃຈຄວາມ​ມານ​ະ​ພະ​ຍາ​ຍາມທາງ​ດ້ານ​ການ​ທູດ​ປະ​ຊາ​ຊົນ​ຂອງເພື່ອນ ອາ​ເມ​ລິ​ກາ ​ທ່ານ John McAuliff - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການພົບປະຢ່າງສະໜິດສະໜົມກັບທ່ານ John McAuliff (ພາບ: baoquocte.vn)

ທ້າຍອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການພົບປະຢ່າງສະໜິດສະໜົມກັບທ່ານ John McAuliff, ເຊິ່ງເປັນເພື່ອນສະໜິດມາແຕ່ດົນນານຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງທ່ານ John McAuliff ກ່ຽວກັບຄວາມມານະພະຍາຍຍາມຂອງທ່ານທີ່ມີຕໍ່ການເຄື່ອນໄຫວການທູດປະຊາຊົນຂອງ ຫວຽດນາມ ໃນຕະຫຼອດເຄິ່ງສະຕະວັດຜ່ານມາ; ຮັບຮູ້ບັນດາຄຳຄິດເຫັນທີ່ສຸດຈິດສຸດໃຈຂອງທ່ານ John McAuliff ສຳລັບບາງບັນຫາສາກົນທີ່ພົ້ນເດັ່ນໃນເວທີປາໄສ ສປຊ. ພ້ອມທັງປາດຖະໜາວ່າ ທ່ານຈະສືບຕໍ່ສົມທົບກັບຄະນະ ກໍຄື ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ ເພື່ອເພີ່ມທະວີຄວາມຮັບຮູ້ເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອາເມລິກາ.

ທ່ານ John McAuliff ໄດ້ມີຄວາມຜູກພັນກັບຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ ນັບແຕ່ເມື່ອ ຄະນະນັກສັງເກດການຂອງ ຫວຽດນາມ ປະຈຳ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1975. ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂະບວນການຂອງປະຊາຊົນ ອາເມລິກາ ຄັດຄ້ານສົງຄາມຢູ່ ຫວຽດນາມ ນັບແຕ່ທ້າຍທົດສະວັດ 1960 ແລະ ເຄີຍໄປຢ້ຽມຢາມ ຫວຽດນາມ ເປັນຫຼາຍຄັ້ງ. ນັບແຕ່ປີ 1975 ມາຮອດປັດຈຸບັນ, ທ່ານໄດ້ສ້າງຕັ້ງ ແລະ ບໍລິຫານອົງການບໍ່ຂຶ້ນກັບລັດຖະບານ ກອງທຶນ ໄກ່ເກ່ຍປອງດອງ ແລະ ພັດທະນາ ເພື່ອແລກປ່ຽນວິຊາການສຶກສາ ແລະ ວຽກງານການກຸສົນ ຊຸກຍູ້ການນຳສາຍພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ; ຕັ້ງໜ້າຂົນຂວາຍອຳນາດການປົກຄອງ ອາເມລິກາ ສ້າງສາຍພົວພັນເປັນປົກກະຕິບກັບ ຫວຽດນາມ.


 

ຕອບກັບ

ຂ່າວ/ບົດ​ອື່ນ