ຫວຽດນາມ ຄັດຄ້ານ ຈີນ ຊ້ອມຮົບຜິດກົດໝາຍຢູ່ໝູ່ເກາະ ຮ່ວາງຊາ

(VOVWORLD) -  ເລື່ອງ ຈີນ ດຳເນີນການຊ້ອມຮົບແມ່ນລະເມີດອະທິປະໄຕ ຫວຽດນາມ ແລະ ໄປຝືນກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ, ເລື່ອງຮັກສາການຮ່ວມມືຢູ່ທະເລຕາເວັນອອກ. 
ຫວຽດນາມ ຄັດຄ້ານ ຈີນ ຊ້ອມຮົບຜິດກົດໝາຍຢູ່ໝູ່ເກາະ ຮ່ວາງຊາ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: vietnamnet.vn)

ເມື່ອຕອບສຳພາດຕໍ່ນັກຂ່າວທີ່ກອງປະຊຸມຖະແຫຼງຂ່າວນັດສາມັນໃນຕອນບ່າຍວັນທີ 02 ກໍລະກົດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ເລື່ອງ ຈີນ ດຳເນີນການຊ້ອມຮົບແມ່ນລະເມີດອະທິປະໄຕ ຫວຽດນາມ ແລະ ໄປຝືນກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ, ເລື່ອງຮັກສາການຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ໄດ້ສົ່ງຈົດໝາຍຄັດຄ້ານທາງການ ແລະ ຮຽກຮ້ອງໃຫ້ ຈີນ ບໍ່ມີການກະທຳຄືດັ່ງກ່າວໃນອະນາຄົດອີກ.

        ກ່ຽວຂ້ອງເຖິງແຫຼ່ງຂ່າວທີ່ໃຫ້ຮູ້ວ່າ: ກ່ຳປັ່ນສຳຫລວດ HD4 ຂອງ ຈີນ ເຄື່ອນໄຫວ, ເຂົ້າໄປເຂດເສດຖະກິດຈຳເພາະຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້, ທ່ານນາງ ເລທິທູຮັ່ງ ກໍ່ເນັ້ນໜັກວ່າ: “ພວກຂ້າພະເຈົ້າຖືວ່າ ບັນດາການເຄື່ອນໄຫວສຳຫລວດ ຕ້ອງໄດ້ຮັບການເຫັນດີຈາກ ຫວຽດນາມ, ເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982). ເລື່ອງເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ມີຄວາມໝາຍສຳຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ເຂດທະເລຕາເວັນອອກ, ໃນພາກພື້ນ ກໍ່ຄືໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ