ຫວຽດນາມ ຄັດຄ້ານ ຈີນ ອອກໜັງສືອະນຸຍາດພັກອາໄສຜິດກົດໝາຍຢູ່ ຮ່ວາງຊາ ຂອງ ຫວຽດນາມ

ຫວຽດນາມ ຄັດຄ້ານ ຈີນ ອອກໜັງສືອະນຸຍາດພັກອາໄສຜິດກົດໝາຍຢູ່ ຮ່ວາງຊາ ຂອງ ຫວຽດນາມ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ແທງ​ຫງີ້

(vovworld) – ວັນ​ທີ 17/7, ຈີນ ມີ​ການ​ກະທຳ​ລວງ​ລ້ຳອະທິປະ​ໄຕ​ຂອງ ຫວຽດນາມ ​ເມື່ອ​ຈັດ​ຕັ້ງ​ພິທີ​ອອກບັດ​ປະຈຳ​ຕົວ ​ແລະ ໜັງສືອະນຸຍາດ​ພັກ​ອາ​ໄສ ຄັ້ງ​ທຳ​ອິດ​ໃຫ້​ແກ່​ປະຊາຊົນ​ຢູ່​ອັນ​ທີ່​ເອີ້ນ​ວ່າ “ນະຄອນ ຊານ​ຊາ” ​ເຊິ່ງຄວາມ​ຈິງ​ແມ່ນ​ໝູ່​ເກາະ ຮ່ວາງ​ຊາ ຂອງ ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນຂອງ​ກະຊວງ​ການ​ຕ່າງປະ​ເທ​​ດ ຫວຽດນາມ ​ເມື່ອ​ວັນ​ທີ 18/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ແທງ​ຫງີ້ ຊີ້​ແຈງ​ວ່າ:

“ຫລັກໝັ້ນ​ຂອງ ຫວຽດນາມ ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ ນະ​ຄອນ ຊານ​ຊາ ​ໄດ້​ຖືກ​ກ່າວ​ມາຢ່າງ​ຈະ​ແຈ້ງ​ຫຼາຍ​ເທື່ອ​ແລ້ວ. ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ 2 ​ແຫ່ງ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​​ແລະ ບໍ່​ມີ​ຄຸນຄ່າ​ແຕ່​ຢ່າງ​ໃດ”

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 7/7, ກຳ​ປັ່ນ​​​ເລກ​ໝາຍ 306 ​ຂອງ ຈີນ ໄດ້ຂັບ​ໄລກຳ​ປັ່ນ​ຫາ​ປາ 2 ລຳ​ຂອງ ຫວຽດນາມ ຢູ່​​ເຂດ​ໝູ່​ເກາະ ຮ່ວາງ​ຊາ ຂອງ ຫວຽດນາມ, ​ພ້ອມ​ທັງ​ຂຶ້ນ​ກຳ​ປັ່ນ ຫວຽດນາມ ​ທຸບ​ຕີຊາວ​ປະມົງ ​ແລະ ​ທຳ​ລາ​ຍຊັບ​ສິນ​ຂອງ​ກຳປັ່ນ 2 ລຳ​ດັ່ງກ່າວ​ເມື່ອ​ພວມເຄື່ອນ​ໄຫວ​ຫາ​ປາ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ວັນ​ທີ 17/7, ຜູ້​ຕາງ​ໜ້າກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ພົບ​ປະ​ກັບ​ຜູ້​ຕາງໜ້າ​ສະຖານທູດ ຈີນ ປະຈຳ ຮ່າ​ໂນ້ຍ ມອບ​ຈົດໝາຍ​ທາງ​ການ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ ​ແລະ ທ່ວງ​ໃຫ້​ທົດ​ແທນ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊາວ​ປະມົງ ຫວຽດນາມ.  ກ່ຽວຂ້ອງ​ເຖິງ​ເຫດການ​ນີ້, ທ່ານ ​ເລ​ືອງ​ແທງ​ຫງີ້ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ປະຈຸ​ບັນ, ອົງການ​ທີ່​ກ່ຽວຂ້ອງ 2 ປະ​ເທດ​ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ສ້າງສາ​ຍ​ໂທລະສັບ​ດ່ວນ​ກ່ຽວ​ກັບ​ບັນດາ​ກໍລະນີ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວອາຊີບ​ຫາ​ປາ​ບົນ​ທະ​ເລ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເມື່ອສາຍ​ໂທລະສັບ​ດ່ວນ​ນີ້​​ເຂົ້າ​ສູ່​ການເຄື່ອນ​ໄຫວ 2 ຝ່າຍ​ອາດຈະ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​​ໂດຍ​ໄວ ​ແລະ ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ທັນ​ການ.”

        ກໍ່​ທີ່​ການປະຊຸມ​ຂ່າວ​ນີ້, ທ່ານ​ເລືອ​ງ​ແທງ​ຫງີ້ ​ໄດ້​ປະກາດ​ບາງ​ການ​ເຄື່ອນ​ໄຫວ​ການ​ທູດ​ຂອງ ຫວຽດນາມ ​ໃນ​​ໄລຍະ​ຈະ​ມາ​ເຖິງ, ​​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ​ການ​ຢ້ຽມຢາມ​ ອາ​ເມ​ລິ​ກາ ຂອງ​ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ.

ຂ່າວ/ບົດ​ອື່ນ