ຫວຽດນາມ ຄັດຄ້ານ ແລະ ຮຽກຮ້ອງ ໃຫ້ໄຕ້ຫວັນ ຍົກເລີກການເຄື່ອນໄຫວຜິດກົດໝາຍຢູ່ ເກາະ ບາບີ່ງ

(VOVWORLD) -ສຳລັບເລື່ອງ ໄຕ້ຫວັນ ດຳເນີນການຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ 
ຫວຽດນາມ ຄັດຄ້ານ ແລະ ຮຽກຮ້ອງ ໃຫ້ໄຕ້ຫວັນ ຍົກເລີກການເຄື່ອນໄຫວຜິດກົດໝາຍຢູ່ ເກາະ ບາບີ່ງ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. (ພາບ: VOV)

ວັນທີ 2 ກໍລະກົດ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ ໄຕ້ຫວັນ ດຳເນີນການຊ້ອມຮົບຍິງລູກປືນແທ້ ຢູ່ ເກາະບາບີ່ງ, ຂຶ້ນກັບ ໝູ່ເກາ ເຈື່ອງຊາ ຂອງຫວຽດນາມ ແຕ່ວັນທີ 28 – 29 ມິຖຸນາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ:  ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕ ຂອງຫວຽດນາມ ຢູ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາດແມ່ນສອດຄ່ອງກັບກົດໝາຍສາກົນ.

ສຳລັບເລື່ອງ ໄຕ້ຫວັນ ດຳເນີນການຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ ຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງການເດີນທະເລ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມຢູ່ທະເລຕາເວັນອອກ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນ ຍົກເລີກການເຄື່ອນໄຫວຜິດກົດໝາຍດັ່ງກ່າວ ແລະ ບໍ່ມີການກະທຳຄືແນວນີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ