ຫວຽດ​ນາມ ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ໃນ​ບໍ່​ວ່າ​ແມ່ນ ​ຮູບ​ແບບໃດ

(VOVWORLD) -ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ໃນສະພາບການປັດຈຸບັນ, ເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງຂໍ້ມູນແມ່ນສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸກໆປະເທດ.
ຫວຽດ​ນາມ ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ໃນ​ບໍ່​ວ່າ​ແມ່ນ ​ຮູບ​ແບບໃດ - ảnh 1ພາບປະກອບ: TTXVN

ຕອນບ່າຍວັນທີ 9 ທັນວາ, ຢູ່ທີ່ການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ທີ່ໄດ້ດຳເນີນຕາມຮູບແບບທາງໄກ, ເມື່ອຕອບຄຳຖາມຂອງສື່ມວນຊົນທີ່ກ່ຽວຂ້ອງເຖິງຂ່າວຄາວທີ່ວ່າ ຫວ່າງມໍ່ໆມານີ້, ມີເຫດບຸກໂຈມຕີເລັ່ງໃສ່ເວັບໄຊຂອງ ອົງການລັດຖະບານຂອງບັນດາປະເທດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ໃນສະພາບການປັດຈຸບັນ, ເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງຂໍ້ມູນແມ່ນສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸກໆປະເທດ.

ໂດຍຮັບຮູ້ໄດ້ບັນຫານີ້ຢ່າງຈະແຈ້ງ, ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ໄດ້ ແລະ ພວມປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ໃນນັ້ນມີມາດຕະການລະອຽດ ເພື່ອແນໃສ່ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງຂໍ້ມູນ, ປະກອບສ່ວນປົກປັກຮັກສາອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ; ພ້ອມທັງສ້າງຕັ້ງ, ພັດທະນາອົງການສະເພາະກິດທີ່ມີກຳລັງຄວາມສາມາດຢ່າງພຽງພໍ, ກຽມພ້ອມເປັນເຈົ້າການຮັບມືຢູ່ລະດັບສູງສຸດກັບທຸກຄວາມສ່ຽງທີ່ອາດຈະເກີດຂຶ້ນທາງເຄືອຂ່າຍອິນເຕີເນັດ, ສະກັດກັ້ນ, ແກ້ໄຂການກະທຳບຸກໂຈມຕີ, ນາບຂູ່ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. ຫວຽດນາມ ປະຕິເສດທຸກການກະທຳບຸກໂຈມຕີທາງເຄືອຂ່າຍອິນເຕີເນັດໃນບໍ່ວ່າແມ່ນຮູບແບບໃດ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມສາກົນ ໃນບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ