ຫວຽດນາມ ຄັດຄ້ານບັນດາການກະທຳລ່ວງລ້ຳອະທິປະໄຕຢູ່ທະເລຕາເວັນອອກ

(VOVWORLD) -ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ພ້ອມທັງກ່າວປະນາມບັນດາການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດທະເລນີ້.

ຫວຽດນາມ ຄັດຄ້ານບັນດາການກະທຳລ່ວງລ້ຳອະທິປະໄຕຢູ່ທະເລຕາເວັນອອກ - ảnh 1

 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: baoquocte.vn)

ໃນກອງປະຊຸມຂ່າວນັດສາມັນໄດ້ດຳເນີນໃນຕອນບ່າຍວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ພ້ອມທັງກ່າວປະນາມບັນດາການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດທະເລນີ້. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເລື່ອງ ວັນທີ 24 ພະຈິກ, ໄຕ້ຫວັນ (ຈີນ) ໄດ້ດຳເນີນການຊ້ອມຮົບຍິງລູກປືນແທ້ຢູ່ເຂດເກາະ ບາບິ່ງ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານນາງໂຄສົກ ເລທິທູຮັ່ງ, ຊີ້ແຈ້ງວ່າ.

        “ຄືດັ່ງໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ, ເລື່ອງ ໄຕຫວັນ ຈັດຕັ້ງການຊ້ອມຮົບຍິລູກປືນແທ້ຢູ່ເຂດທະເລອ້ອມເຂດເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕເຂດນ້ຳແດນດິນຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະດັ່ງກ່າວຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ບໍ່ໄດ້ດຳເນີນການຊ້ອມຮົບຢ່າງຜິດກົດໝາຍດັ່ງກ່າວ ກໍຄືບໍ່ດຳເນີນບັນດາການກະທຳທີ່ຄ້າຍຄືກັນໃນອະນາຄົດຕື່ມອີກ”.

        ທ່ານນາງໂຄສົກ ເລທິທູຮັ່ງ ກໍ່ອອກສຽງຄັດຄ້ານເລື່ອງແຂວງ ໄຫໜານ ຂອງຈີນ ຖະແຫຼງຈະເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານການທ່ອງທ່ຽວຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຖືນີ້ແມ່ນການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ.

        ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ, ເຖິງວ່າມີການປ່ຽນແປງໃໝ່ຍ້ອນສະພາບໂລກລະບາດຢູ່ພາຍໃນປະເທດກໍ່ຕາມ, ແຕ່ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງເລື່ອງນຳພົນລະເມືອງຫວຽດນາມ ຢູ່ຕ່າງປະເທດກັບຄືນຫວຽດນາມ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ; ພ້ອມທັງມານະພະຍາຍາມເພື່ອໃຫ້ປະຊາຊົນໄດ້ສຳພັດກັບວັກຊິນກັນໂຄວິດ-19 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ