ຫວຽດນາມ ຄົ້ນຄ້ວາບົດຮຽນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງ ບຣາຊິນ

ຫວຽດນາມ ຄົ້ນຄ້ວາບົດຮຽນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງ ບຣາຊິນ - ảnh 1
ພາບປະກອບ

( vovworld ) –  ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Thien Nhan ຫາ​ກໍ່​ໄປ​ເຂົ້າຮ່ວມ​ໂຄ​ງການ​ສຳ​ຫຼວດບົດຮຽນ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກຢູ່ ບຣາຊິນ ​ໂດຍ​ຫ້ອງການ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ແລະ ກະຊວງ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ທີ່​ກ່ຽວຂ້ອງ​ຂອງ​ບາຣາຊິນ ຈັດຕັ້ງຂຶ້ນ. ທີ່​ນະຄອນຫຼວງ Brasilia, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Thien Nhan ​ໄດ້​ຮັບ​ຟັງ​ບັນ​ດາ​ເຈົ້າໜ້າ​ທີ່​ຂອງ​ກະຊວງ​ພັດທະນາ​ສັງຄົມ ​ແລະ ຕ້ານ​ຄວາມ​ທຸກ​ຍາກ​ອຶດ​ຫິ​ວ ​ແລະ ກະຊວງ​ສຶກສາ​ທິການ ບຣາຊິນ ສະ​ເໜີ​ບັນດາ​ບົດຮຽນລົບ​ລ້າງ​ຄວາມ​ອຶດ​ຫິ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືບຍົງ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ຄື ອຸດ​ໜູນ​ເງິນ​ເພື່ອ​ເພີ່ມ​ກາລະ​ໂອກາດ​ໃຫ້​ເດັກນ້ອຍ​ໄປ​ໂຮງຮຽນ, ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ, ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ… ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Doan Mau Diep ຮອງລັດຖະມົນຕີກະຊວງ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ແລະ ທ່ານ Romulo Paes de Sousa ກະຊວງ​ພັດທະນາ​ສັງຄົມ ​ແລະ ຕ້ານ​ຄວາມ​ທຸກ​ຍາກ​ອຶດ​ຫິວ ບຣາຊິນ ​ໄດ້​ລົງ​ນາມ​ໃນ​ໂຄງການ​ດຳ​ເນີນ​ງານ ​ເພື່ອ​ແນ​ໃສ່​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະ​ຫວ່າງສອງ​ລັດຖະບານ ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ຄວາມທຸກ​ຍາກ​ອຶດ​ຫິວ ຊື່​ງລົງ​ນາມ​ໃນ​ວັນ​ທີ 10/7/2008 ຢູ່​ຮ່າ​ໂນ້ຍ.

 

ຂ່າວ/ບົດ​ອື່ນ