ຫວຽດນາມ ຄວນຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບກະແສຫັນປ່ຽນການລົງທຶນ

(VOVWORLD) - ຕອນເຊົ້າວັນທີ 06 ກັນຍາ, ທີ່ນະຄອນ ໂຮ່ຈີມິນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ຫ້ອງການການຄ້າ ອາເມລິກາ ປະຈຳ ຫວຽດນາມ (Amcham) ໄດ້ຈັດຕັ້ງເວທີປາໄສການຄ້າ ຫວຽດນາມ - ອາເມລິກາ ປີ 2019 ດ້ວຍຫົວຂໍ້ວ່າ “ການຫັນປ່ຽນລະບົບສະໜອງທົ່ວໂລກ - ກາລະໂອກາດຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນສອງຝ່າຍ”.

        ປັດຈຸບັນ, ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ເຕີບໂຕເປັນປົກກະຕິຢ່າງຕໍ່ເນື່ອງ ແລະ ຢູ່ໃນລະດັບສູງ. ວົງເງິນການຄ້າສົ່ງອອກ - ນຳເຂົ້າປີ 2018 ບັນລຸ 58,8 ຕື້ USD. ສະເພາະໃນ 6 ເດືອນຕົ້ນປີນີ້ ບັນລຸ 35,4 ຕື້ USD. ການຫັນປ່ຽນຢ່າງແຮງຂອງລະບົບສະໜອງທົ່ວໂລກໃນໄລຍະມໍ່ໆມານີ້ ໄດ້ຊ່ວຍໃຫ້ ຫວຽດນາມ ມີບາດກ້າວກະໂດດຂັ້ນ ຈາກອັນດັບທີ 12 ໃນປີ 2018 ຂຶ້ນມາຢູ່ອັນດັບທີ 9 ໃນຕົ້ນປີ 2019 ກ່ຽວກັບບັນດາປະເທດທີ່ສົ່ງອອກໄປຍັງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ