ຫວຽດ​ນາມ ຄວບ​ຄຸມ ໂລກ​ລະ​ບາດ​ໃນ​ທົ່ວ​ປະ​ເທດ​ໄດ້ໂດຍ​ພື້ນ​ຖານ

(VOVWORLD) -ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຜູ້ແທນສຸມໃສ່ຕີລາຄາສະພາບການໂລກລະບາດໂຄວິດ - 19 ໃນ 2 ອາທິດທີ່ຜ່ານມາ, ວຽກງານທີ່ເຮັດໄດ້, ວຽກງານທີ່ຍັງບໍ່ທັນເຮັດໄດ້, ຊີ້ໃຫ້ເຫັນສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ.



ຕອນເຊົ້າວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ລະຫວ່າງຄະນະຊີ້ນຳກັບບັນດາທ້ອງຖິ່ນ. ກອງປະຊຸມໄດ້ຕີລາຄາໝາກຜົນຂອງການປະຕິບັດໜ້າທີ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະ 2 ອາທິດຜ່ານມາ, ບັນຫາຈັດຕັ້ງໃຫ້ ປະຊາຊົນກັບເມືອບ້ານເກີດເມືອງນອນຕາມຄວາມຫວັງ, ແນະນຳການຮັບມືຢ່າງປອດໄພ, ມີໄຫວພິບ, ການຄວບຄຸມໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ, ວຽກງານຮັບປະກັນການໜູນຊ່ວຍສັງຄົມ, ຈັດຕັ້ງການຈໍລະຈອນ, ຂົນສົ່ງສິນຄ້າ ໃນຊຸມວັນຈະມາເຖິງ…

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຜູ້ແທນສຸມໃສ່ຕີລາຄາສະພາບການໂລກລະບາດໂຄວິດ - 19 ໃນ 2 ອາທິດທີ່ຜ່ານມາ, ວຽກງານທີ່ເຮັດໄດ້, ວຽກງານທີ່ຍັງບໍ່ທັນເຮັດໄດ້, ຊີ້ໃຫ້ເຫັນສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ.

ມາຮອດປັດຈຸບັນ, ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານໃນຂອບຂະໜາດທົ່ວປະເທດແລ້ວ. ຢູ່ນະຄອນ ໂຮ່ຈີມິນ, ບັນດາແຂວງຄື: ບິ່ງເຢືອງ, ດົ່ງນາຍ, ລອງອານ, ຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ ແລະ ເສຍຊີວິດ ໄດ້ຫຼຸດລົງ. ຮັບປະກັນການໜູນຊ່ວຍສັງຄົມ, ປະຕິບັດການຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ ໄດ້ເປັນຢ່າງດີ, ຊີວິດການເປັນຢູ່ຂອງປະຊາຊົນໃນເຂດເກີດໂລກລະບາດໄດ້ກັບຄືນສູ່ສະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ