ຫວຽດ​ນາມ ຄວ້າ​ໄດ້​ 6 ຫຼຽນ​ລາງວັນ ໃນ Olympic ໄອ​ທີ ອາ​ຊີ ປາ​ຊີ​ຟິກ ປີ 2023

(VOVWORLD) -  ມີນັກຮຽນ 6 ຄົນຂອງທິມຊາດ ຫວຽດນາມ ໄດ້ເຂົ້າຮ່ວມ Olympic ໄອທີ ອາຊີ ປາຊີຟິກ ປີ 2023 ລ້ວນແຕ່ຄວ້າໄດ້ຫຼຽນລາງວັນ, ໃນນັ້ນ, ມີຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.

ກົມຄຸ້ມຄອງຄຸນນະພາບ (ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ) ວັນທີ 30 ພຶດສະພາ ໃຫ້ຮູ້ວ່າ ມີນັກຮຽນ 6 ຄົນຂອງທິມຊາດ ຫວຽດນາມ ໄດ້ເຂົ້າຮ່ວມ Olympic ໄອທີ ອາຊີ ປາຊີຟິກ ປີ 2023 ລ້ວນແຕ່ຄວ້າໄດ້ຫຼຽນລາງວັນ, ໃນນັ້ນ, ມີຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.

Olympic ໄອທີ ອາຊີ ປາຊີຟິກ ປີ 2023 ຖືກຈັດຂຶ້ນຕາມຮູບແບບເສັງອອນໄລ ດ້ວຍຜູ້ເຂົ້າຮ່ວມເກືອບ 1.500 ຄົນ ທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ.  ຈີນ ເປັນປະເທດ ເຈົ້າພາບຈັດຕັ້ງ. ທິມຊາດ ຫວຽດນາມ ມີຜູ້ເຂົ້າຮ່ວມ 15 ຄົນ.

ຕາມຕາຕະລາງຈັດອັນດັບຫຼຽນລາງວັນແລ້ວ, ຫວຽດນາມ ຢຶນອັນດັບທີ 9 ທົ່ວຄະນະ ໃນການເສັງຄັ້ງນີ້. ໝາກຜົນດັ່ງກ່າວ ອີກຄັ້ງໜຶ່ງໄດ້ຢັ້ງຢືນຄຸນນະພາບການສຶກສາສາມັນ ແລະ ທິດທາງຢ່າງຖືກຕ້ອງໃນວຽກງານຄົ້ນພົບ, ຄັດເລືອກ, ບຳລຸງສ້າງນັກຮຽນເກັ່ງຂອງກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ; ພ້ອມທັງສະແດງຄວາມມານະພະຍາຍາມຂອງນັກຮຽນ, ຄູອາຈານ, ໂຮງຮຽນ ແລະ ຂອງຂະແໜງການສຶກສາໃນວຽກງານແຂ່ງຂັນສອນດີ, ຮຽນເກັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ