ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

(VOVWORLD) -  ທິມ Rowing  ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ. 
ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024 - ảnh 1ຄະນະຈັດຕັ້ງມອບລາງວັນໃຫ້ບັນດາທິມ (ພາບ: TTXVN)

ງານຊ່ວງເຮືອ Rowing ຊີງແຊ້ມ U19, U23 ແລະ ແຊ້ມ ອາຊີຕາເວັນອອກສ່ຽງໃຕ້ ປີ  2024 ໄດ້ອັດລົງໃນວັນທີ 30 ມິຖຸນາ ດ້ວຍລາງວັນທີໜຶ່ງທົ່ວຄະນະ ໄດ້ແກ່ທິມເຈົ້າພາບ ຫວຽດນາມ.

        ໂດຍໄດ້ດຳເນີນພາຍໃນ 5 ວັນ, ຢູ່ນະຄອນ ຫາຍຟ່ອງ, ງານແຂ່ງຂັນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກກິລານັບຮ້ອຍຄົນ ທີ່ມາຈາກ 7 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ລວມມີ: ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ໝາກຜົນແມ່ນ, ທິມ Rowing  ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ. ອັນດັບທີ 2 ແມ່ນທິມຊາດ ອິນໂດເນເຊຍ ດ້ວຍຫຼຽນຄຳ 5 ຫຼຽນ. ທິມຊາດ ໄທ ຢູ່ອັນດັບທີ 3 ດ້ວຍຫຼຽນຄຳ 2 ຫຼຽນ.


ຕອບກັບ

ຂ່າວ/ບົດ​ອື່ນ