ຫວຽດນາມ ຄວ້າໄດ້ລາງວັນສູງໃນການເສັງ Olympic ວິຊາຄະນິດສາດສາກົນ

(VOVWORLD) -ບັນດາສະມາຊິກໃນທິມຊາດຫວຽດນາມ ເຂົ້າຮ່ວມ Olympic ວິຊາຄະນິດສາດສາກົນ ຄັ້ງທີ 61 ປີ 2020 ລ້ວນແຕ່ຄວ້າໄດ້ລາງວັນ.

ຫວຽດນາມ ຄວ້າໄດ້ລາງວັນສູງໃນການເສັງ Olympic ວິຊາຄະນິດສາດສາກົນ - ảnh 1 ທິມເຂົ້າຮ່ວມການເສັງ Olympic ວິຊາຄະນິດສາດສາກົນ

(ພາບ: sggp.org.vn)

ຕາມນັ້ນແລ້ວ, ທິມຫວຽດນາມ ຄວ້າໄດ້ຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 2 ຫຼຽນ ແລະ ໃບຍ້ອງຍໍ 1 ໃບ. ດ້ວຍຜົນງານດັ່ງກ່າວ, ທິມຊາດຫວຽດນາມ ຢືນອັນດັບທີ 17 ໃນຈຳນວນ 105 ທິມເຂົ້າຮ່ວມການເສັງ Olympic ວິຊາຄະນິດສາດສາກົນຄັ້ງນີ້.

          ຜົນງານທີ່ໜ້າເອກອ້າງທະນົງໃຈຂອງທິມຫວຽດນາມ ເຂົ້າຮ່ວມ Olympic ພາກພື້ນ ແລະ ສາກົນປີ 2020 ແມ່ນ, ຈຳນວນທັງໝົດ 24 ຄົນທີ່ເຂົ້າຮ່ວມລ້ວນແຕ່ຄວ້າໄດ້ລາງວັນໃນບັນດາການເສັງ, ໃນນັ້ນມີຫຼຽນຄຳ 9 ຫຼຽນ, ຫຼຽນເງິນ 8 ຫຼຽນ, ຫຼຽນທອງ 5 ຫຼຽນ ແລະ ໃບຍ້ອງຍໍ 2 ໃບ.

ຕອບກັບ

ຂ່າວ/ບົດ​ອື່ນ