ຫວຽດ​ນາມ ຄ້​ວາ​ໄດ້ຫຼາຍ​ລາງວັນ​ຢູ່​ພິ​ທີມອ​ບ​ລາງວັນ​ການ​ທ່ອງ​ທ່ຽວ​ໂລກ 2022 - ພາກ​ພື້ນ ອາ​ຊີ - ໂອ​ເຊ​ເນຍ

(VOVWORLD) -ຕອນຄ່ຳວັນທີ 7 ກັນຍາ, ພິທີມອບລາງວັນການທ່ອງທ່ຽວ ໂລກ 2022 ພາກພື້ນ ອາຊີ ແລະ ທະວີບໂອເຊອານີ (World Travel Awards 2022 - Region: Asia & Oceania) ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ
ຫວຽດ​ນາມ ຄ້​ວາ​ໄດ້ຫຼາຍ​ລາງວັນ​ຢູ່​ພິ​ທີມອ​ບ​ລາງວັນ​ການ​ທ່ອງ​ທ່ຽວ​ໂລກ 2022 - ພາກ​ພື້ນ ອາ​ຊີ - ໂອ​ເຊ​ເນຍ - ảnh 1ພາບປະກອບ: TTXVN

ຢູ່ເຫດການ, ຫວຽດນາມ ໄດ້ຮັບລາງວັນຢູ່ຫຼາຍລາຍການທີ່ແຕກຕ່າງກັນ. ລະອຽດແມ່ນ, ລາຍການລາງວັນການບິນ ໄດ້ມອບໃຫ້ແກ່ບັນດາຫົວໜ່ວຍຄື: ບໍລິສັດການບິນແຫ່ງຊາດ ຫວຽດນາມ, ບໍລິສັດການບິນ Vietravel Airlines. ຢູ່ລາຍການສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈແມ່ນ: Villa De Mont Mountain Resort (ຫວຽດນາມ), Village Ha Long Bay Resort (ຫວຽດນາມ)...  ລາງວັນທ່ອງທ່ຽວໂລກ ແມ່ນລາງວັນແຖວໜ້າໂລກ ໃນຂະແໜງການທ່ອງທ່ຽວ ໄດ້ຈັດຂຶ້ນປະຈຳປີ ນັບແຕ່ປີ 1993. ລາງວັນນີ້ ປຽບເໝືອນ ລາງວັນ Oscar ຂອງການທ່ອງທ່ຽວໂລກ, ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນຂອງຂະແໜງການທ່ອງທ່ຽວ ໃນທຸກຂົງເຂດ. ນີ້ແມ່ນຄັ້ງທີ 2 ຫວຽດນາມ ໄດ້ຄັດເລືອກເປັນສະຖານທີ່ຈັດຕັ້ງພິທີມອບລາງວັນທ່ອງທ່ຽວທົ່ວໂລກ, ກ່ອນໜ້ານັ້ນ, ຄັ້ງທຳອິດພິທີມອບລາງວັນໄດ້ຈັດຕັ້ງຢູ່ເກາະຝູກວັກ ເມື່ອປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ