ຫວຽດ​ນາມ ຄວ້າ​ໄດ້ຫຼາຍ​ລາງວັນ​ໃນ​ການ​ແຂ່ງ​ຂັນ Robothon ສາ​ກົນ 2023

(VOVWORLD) -ວັນທີ 26 ມີນາ, ສິ້ນສຸດການແຂ່ງຂັນ Robothon ສາກົນ 2023 ທີ່ຈັດຂຶ້ນຢູ່ນະຄອນ Kuala Lumpur, ປະເທດ ມາເລເຊຍ, ຫວຽດນາມ ຄວ້າໄດ້ທັງໝົດ 17 ລາງວັນ, ໃນນັ້ນ ມີ 1 ລາງວັນຊະນະເລີດ, ລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 8 ລາງວັນ ແລະ ລາງວັນຊົມເຊີຍ 6 ລາງວັນ.
ຫວຽດ​ນາມ ຄວ້າ​ໄດ້ຫຼາຍ​ລາງວັນ​ໃນ​ການ​ແຂ່ງ​ຂັນ Robothon ສາ​ກົນ 2023 - ảnh 1ທິມຊາດ ຫວຽດນາມ ເຂົ້າຮ່ວມການການແຂ່ງຂັນ (ພາບ: TTXVN)

ປີນີ້, ທິມຊາດ ຫວຽດນາມ ມີ 35 ຄົນ, ແບ່ງເປັນ 18 ທິມ, ເຂົ້າຮ່ວມການແຂ່ງຂັນໃນລາຍການ Leanbot - ເຊິ່ງເປັນມາດຕະການ STEM Robothics ແບບໃໝ່ ໂດຍບໍລິສັດຫຸ້ນສ່ວນເຕັກໂນໂລຢີ DTT ຄົ້ນຄວ້າ ແລະ ພັດທະນາ. ລະອຽດ, ໃນລະດັບພື້ນຖານຂອງລາຍການ Leanbot, ທິມ ຫວຽດນາມ ຄວ້າໄດ້ຄົບທຸກລາງວັນ ນັບແຕ່ລາງວັນທີໜຶ່ງ, ລາງວັນທີສອງ, ລາງວັນທີສາມ ແລະ ລາງວັນຊົມເຊີຍ 5 ລາງວັນ.

        ການແຂ່ງຂັນ Robothon ສາກົນ 2023 ແມ່ນເຫດການປະຈຳປີ ເຊິ່ງໄດ້ຈັດຂຶ້ນໃນ 17 ປີຜ່ານມາ ດ້ວຍການເຂົ້າຮ່ວມຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ເຂົ້າຮ່ວມການແຂ່ງຂັນ Robothon ສາກົນ ປີ 2023 ດ້ວຍຫົວຂໍ້ “Second Earth” - ໜ່ວຍໂລກແຫ່ງທີສອງ, ມີທັງໝົດ 101 ທິມມາຈາກ 4 ປະເທດ, ເຊິ່ງລວມມີ ຫວຽດນາມ, ໄທ, ຟີລິບປິນ ແລະ ມາເລເຊຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ