ຫວຽດນາມ ຄ້ວາໄດ້ຫຼຽນຄຳໃນການເສັງ Olympic ກ່ຽວກັບດາລາສາດ ແລະ ຟິຊິກດາລາສາດສາກົນ

(VOVWORLD) - ນີ້ແມ່ນຄັ້ງທີ 2 ທີ່ປະເທດຈີນເປັນເຈົ້າພາບຈັດຕັ້ງການເສັງ IOAA, ດ້ວຍຈຳນວນນັກຮຽນ 214 ຄົນແບ່ງເຊິ່ງເປັນ 46 ທິມທີ່ມາຈາກ 39 ປະເທດເຂົ້າຮ່ວມ.
ຫວຽດນາມ ຄ້ວາໄດ້ຫຼຽນຄຳໃນການເສັງ Olympic ກ່ຽວກັບດາລາສາດ ແລະ ຟິຊິກດາລາສາດສາກົນ - ảnh 1 ກຸ່ມນັກຮຽນ ຫວຽດນາມ ເຂົ້າຮ່ວມການເສັງ

ແຕ່ວັນທີ 3 – 11 ພະຈິກ, ໃນການເສັງ Olympic ກ່ຽວກັບດາລາສາດ ແລະ ຟິຊິກດາລາສາດ (IOAA) ຄັ້ງທີ 12 ຈັດຕັ້ງຢູ່ ປັກກິ່ງ, ປະເທດ ຈີນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ບຸ່ຍທິມິງງາ, ຮອງຫົວໜ້າຂະແໜງສາມັນສຶກສາຂອງພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ເປັນຫົວໜ້າຄະນະ ໄດ້ນຳໜ້າກຸ່ມນັກຮຽນ ຮ່າໂນ້ຍ 5 ຄົນເຂົ້າຮ່ວມການເສັງ ແລະ ຍາດໄດ້ 4 ຫຼຽນລາງວັນ. ໃນນັ້ນ, ນ້ອງ ເຈິ່ນຊວນຕູ່ງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍສະເພາະວິຊາ ຮ່າໂນ້ຍ - Amstesdam ຄ້ວາໄດ້ຫຼຽນຄຳ; ນ້ອງ ໂຮ່ຟີຮູ່ງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍສະເພາະວິຊາ ຮ່າໂນ້ຍ - Amstesdam ຄ້ວາໄດ້ຫຼຽນເງິນ; ສ່ວນນ້ອງ ເລເຈິ່ນດ້າວ ແລະ ຫງວຽນໂຕຫວີງຮູຍ ກໍ່ຮຽນຢູ່ໂຮງຮຽນດັ່ງກ່າວຄ້ວາໄດ້ຫຼຽນທອງ. ໃນທີ່ສຸດ, ຄະນະນັກຮຽນ ຫວຽດນາມ ກໍ່ຢືນອັນດັນທີ 10 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການເສັງ.

        ນີ້ແມ່ນຄັ້ງທີ 2 ທີ່ປະເທດຈີນເປັນເຈົ້າພາບຈັດຕັ້ງການເສັງ IOAA, ດ້ວຍຈຳນວນນັກຮຽນ 214 ຄົນແບ່ງເຊິ່ງເປັນ 46 ທິມທີ່ມາຈາກ 39 ປະເທດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ