ຫວຽດ​ນາມ ຄວ້າ​ໄດ້ຫຼຽ​ນ​ຄຳ​ໃນ​ການ​ແຂ່ງ​ຂັນ​ຊີງ​ແຊ້​ມ​​ໝາກ​ຮຸກ​ໜຸ່ມ ອາ​ຊີ ປີ 2024

(VOVWORLD) - ໃນເນື້ອໃນແຂ່ງຂັນໝາກຮຸກໄວ, ທ້າວ ດິງຍໍກຽດ ໄດ້ຕີສຳເລັດ 7  ແຊັກ ດ້ວຍ 6,5 ຄະແນນ ແລະ ຄວ້າໄດ້ຫຼຽນຄຳ.

ໃນການແຂ່ງຂັນຊີງແຊ້ມໝາກຮຸກໜຸ່ມ ອາຊີ ປີ 2024 (9 – 12/06), ໄດ້ຈັດຂຶ້ນຢູ່ນະຄອນ Almaty (ກາຊັກສະຖານ), ທ້າວ ດິງຍໍກຽດ ຍາດໄດ້ຫຼຽນຄຳໃນເນື້ອໃນ ໝາກຮຸກໄວ (U16) ຫຼຽນທຳອິດມາໃຫ້ທິມຊາດ ຫວຽດນາມ.

        ຕາມຕາຕະລາງການແຂ່ງຂັນ, ບັນດານັກກິລາຈະແຂ່ງຂັນກັນໃນເນື້ອໃນໝາກຮຸກໄວ ໃນລະຫວ່າງວັນທີ 10 – 11 ມິຖຸນາ. ບັນດາເນື້ອໃນໝາກຮຸກມາດຖານນັ້ນ ຈະໄດ້ແຂ່ງຂັນແຕ່ວັນທີ 12 – 19 ມິຖຸນາ. ທິມນັກກິລາໝາກຮຸກ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນດັ່ງກ່າວ ລວມມີ 48 ຄົນ, ໂດຍເຂົ້າຮ່ວມທຸກເນື້ອໃນແຂ່ງຂັນ ແລະ ໃນທຸກເກັນອາຍຸ. ໃນເນື້ອໃນແຂ່ງຂັນໝາກຮຸກໄວ, ທ້າວ ດິງຍໍກຽດ ໄດ້ຕີສຳເລັດ 7  ແຊັກ ດ້ວຍ 6,5 ຄະແນນ ແລະ ຄວ້າໄດ້ຫຼຽນຄຳ.


ຕອບກັບ

ຂ່າວ/ບົດ​ອື່ນ