ຫວຽດ​ນາມ ຄວ້າ​ໄດ້​ແຊັ້ມ U23 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 2 ຢ່າງ​ລຽນ​ຕິດ

(VOVWORLD) - ທິມບານເຕະ U23 ຫວຽດນາມ ໄດ້ເອົາຊະນະທິມບານເຕະ U23 ອິນໂດເນເຊຍ ໃນຮອບຊິງຊະນະເລີດ U23 ອາຊີຕາເວັນອອກສ່ຽງໃຕ້ 2023, ດ້ວຍ 6 ປະຕູຕໍ່ 5 ໃນການຍິງຈຸດໂທດ, ຜ່ານນັ້ນ, ກໍ່ປ້ອງກັນແຊັ້ມ U23 ອາຊີຕາເວັນອອກສ່ຽງໃຕ້ໄດ້ຢ່າງສຳເລັດຜົນ.
ຫວຽດ​ນາມ ຄວ້າ​ໄດ້​ແຊັ້ມ U23  ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 2 ຢ່າງ​ລຽນ​ຕິດ - ảnh 1ທິມບານເຕະ U23 ຫວຽດນາມ ເອົາຊະນະທິມບານເຕະ U23 ອິນໂດເນເຊຍ ໃ (ພາບ: VOV)

ຕອນຄ່ຳວັນທີ 26 ສິງຫາ, ຢູ່ສະໜາມກິລາ Rayong ຂອງ ໄທ, ທິມບານເຕະ U23 ຫວຽດນາມ ໄດ້ເອົາຊະນະທິມບານເຕະ U23 ອິນໂດເນເຊຍ ໃນຮອບຊິງຊະນະເລີດ U23 ອາຊີຕາເວັນອອກສ່ຽງໃຕ້ 2023, ດ້ວຍ 6 ປະຕູຕໍ່ 5 ໃນການຍິງຈຸດໂທດ, ຜ່ານນັ້ນ, ກໍ່ປ້ອງກັນແຊັ້ມ U23 ອາຊີຕາເວັນອອກສ່ຽງໃຕ້ໄດ້ຢ່າງສຳເລັດຜົນ.

ນັກກິລາຂອງທັງສອງທິມ ໄດ້ສ້າງບັນຍາກາດຕື້ນເຕັ້ນໃຫ້ຜູ້ຊົມຜູ້ເຊຍ ເມື່ອມີຄະແນນ 0 ປະຕູຕໍ່ 0 ພາຍຫຼັງການແຂ່ງຂັນມາເປັນເວລາກວ່າ 120 ນາທີຢ່າງເປັນທາງການ, ນັບ 2 ນັດຕໍ່ເວລາພິເສດຕື່ມອີກ. ຍ້ອນເຫດນັ້ນ, ສອງທິມຕ້ອງສືບຕໍ່ດຳເນີນການຍິງຈຸດໂທດ ເພື່ອເອົາຊະນະກັນ.

ນອກຈາກຄວ້າໄດ້ແຊັ້ມ U23 ອາຊີຕາເວັນອອກສ່ຽງໃຕ້ 2023 ແລ້ວ, ນັກກິລາ ຫວຽດນາມ ຈຳນວນ 1 ຍັງຄວ້າໄດ້ລາງວັນສ່ວນຕົວອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ