ຫວຽດນາມ - ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງກວາງສີ, ປະເທດຈີນ

(VOVWORLD) -ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ກວາງສີ ກໍຄືບັນດາທ້ອງຖິ່ນອື່ນໆຂອງ ຈີນ ກັບຕະຫຼາດບັນດາປະເທດ ອາຊຽນ.

        ວັນທີ 20 ມີນາ, ຢູ່ສໍານັກງານກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຫຼູຊີນເສື້ອ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວງ ຂອງຈີນ.

ຫວຽດນາມ - ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງກວາງສີ, ປະເທດຈີນ - ảnh 1 ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ແລະທ່ານ ຫຼູຊີນເສື້ອ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວງ ຂອງຈີນ (ພາບ: thoibaotaichinhvietnam.vn)

        ທີ່ການເຈລະຈາ, ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ເນັ້ນໜັກວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນຮ່ວມມືກັບອໍານາດການປົກຄອງແຂວງກວາງສີ ເປັນສໍາຄັນ ຖືກວາງສີ ເປັນຂົວເຊື່ອມຕໍ່ສໍາຄັນແຖວໜ້າຂອງຫວຽດນາມ ກັບຕະຫຼາດຈີີນທີ່ກວ້າງໃຫຍ່.  ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ກວາງສີ ກໍຄືບັນດາທ້ອງຖິ່ນອື່ນໆຂອງ ຈີນ ກັບຕະຫຼາດບັນດາປະເທດ ອາຊຽນ.

        ຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ສະເໜີໃຫ້ຝ່າຍ ກວາງສີ ສືບຕໍ່ສ້າງເງື່ອນໄຂໃນການນໍາບັນດາຜະລິດຕະພັນກະເສດສົ່ງອອກຂອງຫວຽດນາມ ໄດ້ຜ່ານດ່ານຊາຍແດນຢ່າງສະດວກ ພ້ອມທັງ ສະເໜີຕໍ່ກົມໃຫຍ່ພາສີຈີນ ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນກະເສດຈໍານວນໜຶ່ງ ເຊິ່ງ ກວາງສີ ມີຄວາມຕ້ອງການຢ່າງຫຼວງຫຼາຍ, ສ້າງພື້ນຖານໃຫ້ແກ່ວິສາຫະກິດສອງຝ່າຍຊຸກຍູ້ການຮ່ວມມື.

        “ພວກຂ້າພະເຈົ້າຢຶດໝັ້ນ ແລະ ຕັດສິນໃຈປະຕິບັດຢ່າງຖືກຕ້ອງຕາມແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ ຕິດພັນກັບການປະຕິຮູບ ກໍຄື ສືບຕໍ່ເປີດປະຕູພື້ນຖານເສດຖະກິດ ເຂົ້າຮ່ວມການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ຢ່າງເລິກເຊິ່ງກວ້າງຂວາງ; ແລະ ຢຶດໝັ້ນຕໍ່ເລື່ອງຖືການເປີດປະຕູການຕະຫຼາດສືບຕໍ່ແມ່ນຄວາມຕ້ອງການ ພ້ອມທັງແມ່ນທ່າອ່ຽງທີ່ຈໍາເປັນ ເຊິ່ງຈະນໍາມາເຊິ່ງກໍາລັງໜູນ ເພື່ອປະກອບສ່່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ; ໃນນັ້ນ, ການຮ່ວມມື ກັບຈີນ ໄດ້ຮັບຖືວ່າ ແມ່ນ ພື້ນຖານສໍາຄັນໃນນະໂຍບາຍການພົວພັນຕ່າງປະເທດ ກໍຄືການເຊື່ອມໂຍງເສດຖະກິດຂອງຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ