ຫວຽດ​ນາມ - ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ ມຸ່ງ​ໄປ​ເຖິງ​ທາງ​ທິດ​ຕາ​ເວັນ​ອອກ ຂອງ ຮຸງ​ກາ​ຣີ

(VOVWORLD) - ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ຕີລາຄາສູງເລື່ອງ ຮຸງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍເພີ່ມທະວີ ແລະ ເປີດກວ້າງການພົວພັນກັບບັນດາປະເທດໃນະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຫວຽດ​ນາມ - ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ ມຸ່ງ​ໄປ​ເຖິງ​ທາງ​ທິດ​ຕາ​ເວັນ​ອອກ ຂອງ ຮຸງ​ກາ​ຣີ - ảnh 1ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດ ຮຸງກາຣີ Bihari Katalin (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ເສດຖະກິດ ການຕ່າງປະເທດ ຮຸງກາຣີ ຢູ່ນະຄອນຫຼວງ Budapest, ຫວ່າງແລ້ວນີ້, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດການຕ່າງປະເທດ ຮຸງກາຣີ Bihari Katalin, ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ເພື່ອແນໃສ່ແລກປ່ຽນກ່ຽວກັບສະພາບການຮ່ວມມື ແລະ ທິດທາງຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ. ກ່ອນໜ້ານັ້ນ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ເຮັດວຽກ ກັບທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Sztaray Péter.

ທີ່ການປຶກສາຫາລືດ້ານການເມືອງ ແລະ ໃນການແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Sztaray Péter, ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ຕີລາຄາສູງເລື່ອງ ຮຸງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍເພີ່ມທະວີ ແລະ ເປີດກວ້າງການພົວພັນກັບບັນດາປະເທດໃນະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ທ່ານຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢາກ ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ຄູ່ຮ່ວມມືມູນເຊື້ອ ແລະ ກໍ່ແມ່ນຄູ່ຮ່ວມມືຢ່າງຮອບດ້ານພຽງໜຶ່ງດຽວໃນປັດຈຸບັນ ຂອງ ຫວຽດນາມ ຢູ່ພາກກາງ - ເອີລົບຕາເວັນອອກ.

ຝ່າຍ ຮຸງກາຣີ ໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາກໍ່ຄືບົດບາດໜ້າທີ່, ທີ່ຕັ້ງໃນສາກົນ ແລະ ພາກພື້ນຂອງ ຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືບຸລິມະສິດ ໃນນະໂຍບາຍ ມຸ່ງໄປສູ່ທາງທິດຕາເວັນອອກຂອງ ຮຸງກາຣີ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ