ຫວຽດນາມ ຈັດຕັ້ງ ເວທີປາໄສກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

ຫວຽດນາມ ຈັດຕັ້ງ ເວທີປາໄສກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 28/02, ຢູ່​ຮ່າ​ໂນ້ຍ, ອົງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ປະຈຳ​ຫວຽດນາມສົມ​ທົບ​ກັບ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຈັດ​​ເວທີ​ປາ​ໄສ​ເຈລະຈາ​ນະ​ໂຍບາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາງ​ ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງແຮງ​ງານ - ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມຫວຽດນາມ ​ແລະ ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ UNDP ​​ເນັ້ນ​ໜັກ​ວ່າ ພັກ ​ແລະ ລັດ​ຫວຽດນາມ ພວມ​ປະຕິບັດຄວາມ​ສະ​ເໝີ​ພາບ​​ລະຫວ່າງ​ຍິງ - ຊາຍຢ່າງ​ແທດ​ຈິງ​ຜ່ານ​ການສ້າງ​ສຳ​ເລັດ​ກອບ​ກົດໝາຍ, ນະ​​ໂຍບາຍ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​​ລະຫວ່າງ​ຍິງ - ຊາຍ, ​ເພີ່ມ​ທະວີ​ວຽກ​ງານ​ປະສານ​ສົມທົບ​ກັນ​ໃນ​ວິວັດ​​ແຫ່ງການ​ສ້າງ​ເອກະສານ​ດ້ານ​ກົດໝາຍ, ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​​ລະຫວ່າງ​ຍິງ - ຊາຍ​ໄລຍະ 2011 – 2020; ຄຽງ​ຂ້າງ​ນັ້ນ, ມີ​ບັນດາ​ລາຍ​ການ, ​ໂຄງການ​ເພື່ອ​ຊຸກຍູ້ຄວາມ​ສະ​ເໝີ​ພາບ​​ລະຫວ່າງ​ຍິງ - ຊາຍ ​ແລະ ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ກໍ​ພວມ​ໄດ້​ຮັບ​ການ​ປະຕິບັດ. ຜູ້ຕາງໜ້າ​ຊ່ຽວຊານ​ຂອງ UNDP ສະ​ເໜີ​ວ່າ: ຫວຽດນາມ ສະໜັບສະໜູນ ​ແລະ ມີ​ມາດ​ຕະການ​ອັນ​ຈຳ​ເປັນຢ່າງຮີບ​ດ່ວນ​ເພື່ອ​ແນ​ໃສ່​ສົ່ງ​ເສີມ, ປົກ​ປ້ອງ, ປະຕິບັດ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ; ພ້ອມ​ທັງ​ສະໜັບສະໜູນ​ຄວາມ​ຮຽກຮ້ອງ​​ໃຫ້​ມີ​ການ​ກະທຳ​ເພື່ອ​ແນ​ໃສ່​ປັບ​ປຸງ, ​ເປີດ​ກວ້າງ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບບັນດາ​ການ​ບໍລິການ​ທີ່​ກ່ຽວຂ້ອງ​ເຖິງ​ສຸຂະພາບ​ຈະ​ເລີ​ນພັນ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ຫວຽດນາມ ຕ້ອງ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ຮັບ​ເ​ອົາ​ຂໍ້​ມູນ, ຕິດຕາມກວດ​ກາ ​ແລະ ຕີ​ລາຄາ, ລວມທັງ​ເລື່ອງ​ນຳ​ໃຊ້​ຂໍ້​ມູນ​ຕາມ​ເພດ ​ແລະ ​ເກນອາຍຸ​ກ່ຽວ​ກັບ​ສາຍເຫດ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກການ​ໃຊ້​ຄວາມ​ຮຸ້ນ​ແຮງ​ອື່ນ​ທີ່ແນ​ໃສ່​ແມ່ຍິງ ​ແລະ ​ເດັກນ້ອຍ. ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ຫວຽດນາມ ກໍ່ສ້າງ, ຜັນ​ຂະຫຍາຍ​ບັນດາ​ກົດໝາຍ, ນະ​ໂຍບາຍ ​ແລະ ມາດ​ຕະການ​ປ້ອງ​ກັນ​ຢ່າງ​ເໝາະ​ສົມ.

        ​ໃນ​ຊຸມ​ປີທີ່ຜ່ານມາ, ​ເພື່ອນ​ມິດສາ​ກົນ​ໄດ້​ຮັບ​ຮູ້ຫວຽດນາມວ່າ ​ແມ່ນ​ປະ​ເທດທີ່​ໄດ້​ຮັດ​ແຄບຊ່ອງຫວ່າງຄວາມ​ສະ​ເໝີ​ພາບ​​ລະຫວ່າງ​ຍິງ - ຊາຍ ໄວ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕົວ​ເລັກ​ຂາດຄວາມ​ສະ​ເໝີ​ພາບ​​ລະຫວ່າງ​ຍິງ - ຊາຍຂອງ​ຫວຽດນາມ​ຢືນ​ອັນ​ດັບທີ 48/187 ປະ​ເທດ ​ແລະ ຢືນອັນ​ດັບ 3 ​ໃນ​ພາກ​ພື້ນ​ອາ​ຊຽນ ຖັດ​ຈາກ​ສິງກະ​ໂປ ​ແລະ ມາ​ເລ​ເຊຍ.

ຂ່າວ/ບົດ​ອື່ນ