ຫວຽດນາມ ຈັດສົ່ງ ຊາວປະມົງຟິລິບປີນ ປະສົບເຄາະຮ້າຍບົນທະເລ

ຫວຽດນາມ ຈັດສົ່ງ ຊາວປະມົງຟິລິບປີນ ປະສົບເຄາະຮ້າຍບົນທະເລ - ảnh 1
(ພາບປະກອບ)

(vovworld) – ​ກອງທັບ​ເຮືອ​ຫວຽດນາມ ​ໄດ້ຈັດ​ສົ່ງຊາວ​ປະ​ມົງຟິລິບ​ປີນ 6 ຄົນ​ທີ່ປະສົບ​ເຄາະ​ຮ້າຍຢູ່​ເກາະຊອງ​​ຕື​ໄຕ, ​ເມືອງ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ໃຫ້​ຟິລິບ​ປີນ ​ໃນ​ວັນ​ທີ 21/01. ກ່​ອນໜ້າ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 16/01, ບັນດາ​ຊວງ​ປະມົງ​ຂອງ​ຟິລິບ​ປີນ ພວມ​ຫາ​ປາ​ບົນ​ທະ​ເລ​, ​​ແຕ່ເຄື່ອງຈັກກຳ​ປັ່ນ​ຂອງ​ເຂົາ​ເຈົ້າ​ຖືກ​ເພ​ໂດຍ​ບັງ​ເອີນ, ດັ່ງ​ນັ້ນ​ຈົ່ງ​ຖືກ​ນ້ຳທະ​ເລ​ຊຸ​ໄປ​ຍັງ​ເກາະ ຊອງ​​ຕື​ໄຕ ຈົມ​ນ້ຳ. ພະນັກງານ, ນັກຮົບ​ຕາ​ແສງ​ເກາະ ຊອງ​ຕື​ໄຕ ​ໄດ້ພົນ​ເຫັນ ​ແລະ ກູ້​ຊີບ​ຊາວ​ປະມົງ​ຢ່າງ​ທັນ​ການ. ​ເສນາ​ຮັກ​​ໃນ​ເກາະໄດ້​ກວດ​ສຸຂະພາບ, ສະໜອງ​ຢາ, ອາການ, ບ່ອນ​ກິນ​ບ່ອນຢູ່ໃຫ້​ຊາວ​ປະມົງ​​ໃນ​ເວລາ 6 ວັນ. ຜ່ານ​​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ​ກອງທັບ​ເຮືອ 2 ປະ​ເທດ, ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ກັບກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປີນ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດບ​ສົ່ງ​ຊາວ​ປະມົງ​ເກຼົ່ານັ້ນ.

ຂ່າວ/ບົດ​ອື່ນ