ຫວຽດ​ນາມ ຈັດ​ສົ່ງນາຍ​ທະ​ຫານ​ຕື່ມ​ອີກ 10 ຄົນ ​ໄປເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ ສ​ປ​ຊ

(VOVWORLD) -ພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໝາຍໜ້າທີ່ໃຫ້ແກ່ບັນດານາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ສຳນັກງານ ສປຊ, ສາທາລະນະລັດອາຟຼິກກາກາງ ແລະ ຊູດັງໃຕ້ໄດ້ດຳເນີນໃນຕອນບ່າຍວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ. 
ຫວຽດ​ນາມ ຈັດ​ສົ່ງນາຍ​ທະ​ຫານ​ຕື່ມ​ອີກ 10 ຄົນ ​ໄປເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ ສ​ປ​ຊ - ảnh 1ພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໝາຍໜ້າທີ່ໃຫ້ແກ່ບັນດານາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ (ພາບ: TTXVN)

ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບເລື່ອງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປັນປະທານພິທີ.

ໂດຍສະແດງຄວາມຍິນດີຊົມເຊີຍຕໍ່ບັນດານາຍທະຫານທີ່ໄດ້ຖືກສົ່ງໄປປະຕິບັດໜ້າທີ່, ທ່ານ ພົນໂທ ຫງວຽນຈີ໊ວິ້ງ ໄດ້ຮຽກຮ້ອງວ່າ ພ້ອມກັບການຜັນຂະຫຍາຍເນື້ອໃນຈິດໃຈໄມ້ຕີຈິດມິດຕະພາບ, ສາມັກຄີສາກົນ, ນາຍທະຫານປະຕິບັດໜ້າທີ່ຮັກສາສັນຕິພາບຫວຽດນາມ ຕ້ອງສະແດງໃຫ້ເພື່ອນມິດສາກົນເຫັນໄດ້ ກຳລັງຄວາມສາມາດດ້ານພາສາ, ວຽກງານການຈັດຕັ້ງ, ແກ້ໄຂກໍລະນີ, ລັກສະນະເປັນມືອາຊີບສູງໃນວຽກງານ, ເພີ່ມທະວີການຄົ້ນຄ້ວາສະພາບການໃນບໍລິເວນຂອງຄະນະປະຕິບັດງານ, ຍົກສູງກຳລັງຄວາມສາມາດໃນການໄຈ້ແຍກ, ເປັນເສນາທິການ, ຄາດຄະເນສະພາບການ, ເພື່ອສະເໜີຕໍ່ ຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບ ສປຊ ໄດ້ເປັນຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ