ຫວຽດນາມ ຈັດ​ສົ່ງພົນລະ​ເມືອງ​ຫວຽດນາມ ຢູ່ ​ໄທ ​ເກືອບ 300 ຄົນ ກັບຄືນມາ​ປະ​ເທດ​ຢ່າງ​ປອດ​ໄພ

(VOVWORLD) - ຖ້ຽວບິນໄດ້ຮັບປະກັນກ່ຽວກັບຄວາມສະຫງົບ, ປອດໄພ ແລະ ບັນດາຂໍ້ກໍານົດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງເຄັ່ງຄັດ ແລະ ໄດ້ປະຕິບັດການກວດສຸຂະພາບ ແລະ ການແຍກຕົວລວມໝູ່ຢ່າງຖືກຕ້ອງຕາມກົດໝາຍ ໃນທັນທີເມື່ອລົງຈອດຢູ່ສະໜາມບິນ.
ຫວຽດນາມ ຈັດ​ສົ່ງພົນລະ​ເມືອງ​ຫວຽດນາມ ຢູ່ ​ໄທ ​ເກືອບ 300 ຄົນ ກັບຄືນມາ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1ພົນລະເມືອງຫວຽດນາມ ຢູ່ ໄທ ເກືອບ 300 ຄົນ ກັບຄືນມາປະເທດຢ່າງປອດໄພ(ພາບ: T.T)

        ວັນທີ 18 ພຶດສະພາ, ບັນດາອົງການມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ໄທ, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການມີໜ້າທີ່ຮັບຜິດຊອບຂອງໄທ ໄດ້ສົມທົບກັນຈັດຕັ້ງຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມ ຢູ່ໄທ ເກືອບ 300 ຄົນ ກັບມາຫວຽດນາມຢ່າງປອດໄພ. ບຸກຄົນເຫຼົ່ານີ້ ແມ່ນພົນລະເມືອງຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກ... ແລະໄປທ່ອງທ່ຽວ ແລ້ວຖືກຕິດຄ້າງຢູ່ ໄທ ເຊິ່ງບໍ່ສາມາດກັບມາປະເທດ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

        ຖ້ຽວບິນໄດ້ຮັບປະກັນກ່ຽວກັບຄວາມສະຫງົບ, ປອດໄພ ແລະ ບັນດາຂໍ້ກໍານົດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງເຄັ່ງຄັດ ແລະ ໄດ້ປະຕິບັດການກວດສຸຂະພາບ ແລະ ການແຍກຕົວລວມໝູ່ຢ່າງຖືກຕ້ອງຕາມກົດໝາຍ ໃນທັນທີເມື່ອລົງຈອດຢູ່ສະໜາມບິນ.


ຕອບກັບ

ຂ່າວ/ບົດ​ອື່ນ