ຫວຽດນາມ - ຈຸດສຸມໃໝ່ຂອງການເຕີບໂຕເສດຖະກິດໃນພາກພື້ນ ອາຊີ

(VOVWORLD) -   ໃນສະພາບການເສດຖະກິດໂລກ ມີການຜັນແປ ຍາກທີ່ຄາດຄະເນລ່ວງໜ້າໄດ້, ການລົງທຶນຈາກຕ່າງປະເທດ (FDI) ຢູ່ ຫວຽດນາມ ໃນ 10 ເດືອນຕົ້ນປີບັນລຸ 18 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອນເຊົ້າວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ສູນນະວັດຕະກຳແຫ່ງຊາດ, ໄດ້ສົມທົບກັບກອງທຶນ Golden Gate Ventures ຈັດຕັ້ງເວທີປາໄສກອງທຶນລົງທຶນນະວັດຕະກຳ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງນັກທຸລະກິດ, ນັກຊ່ຽວຊານ, ຜູ້ຕາງໜ້າບັນດາກອງທຶນລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ບັນດາຜູ້ແທນໄດ້ປຶກສາຫາລື, ຢັ້ງຢືນ “ລະບົບນິເວດນະວັດຕະກຳ ແລະ ເລີ່ມຕົ້ນທຸລະກິດ ຫວຽດນາມ ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າທີ່ສຸດ. ດັດຊະນີນະວັດຕະກຳ ຫວຽດນາມ ໃນຕາຕະລາງຈັດອັນດັບທົ່ວໂລກຍາມໃດກໍ່ປ່ຽນແປງຕາມທິດເຕັມໄປດ້ວຍແງ່ຫວັງ. ຫວຽດນາມ ຈະແມ່ນຈຸດສຸມຂອງການເຕີບໂຕເສດຖະກິດ ຢູ່ອາຊີ”.

        ໃນສະພາບການເສດຖະກິດໂລກ ມີການຜັນແປ ຍາກທີ່ຄາດຄະເນລ່ວງໜ້າໄດ້, ການລົງທຶນຈາກຕ່າງປະເທດ (FDI) ຢູ່ ຫວຽດນາມ ໃນ 10 ເດືອນຕົ້ນປີບັນລຸ 18 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຢຸຍດົງ, ໃຫ້ຂໍ້ສັງເກດວ່າ “ພື້ນຖານເສດຖະກິດ ຫວຽດນາມ ພັດທະນາແມ່ນຍ້ອນມີການສະໜັບສະໜູນຢ່າງໝັ້ນຄົງໜັກແໜ້ນຈາກບັນດາການພົວພັນແລກປ່ຽນການຄ້າ ໃນຕະຫຼາດສາກົນ. ຫວຽດນາມ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ເພື່ອດຶງດູດແຫຼ່ງທຶນ FDI ແລະ ພັດທະນາກົນໄກໜູນຊ່ວຍລະບົບນິເວດນະວັດຕະກຳ ແລະ ຫັນເປັນດີຈີຕອນ:

        “ກ່ຽວກັບນະໂຍບາຍ, ຫວຽດນາມ ພວມຕັ້ງໜ້າຊຸກຍູ້ການພັດທະນາລະບົບນິເວດນະວັດຕະກຳ ແລະ ເລີ່ມຕົ້ນທຸລະກິດ, ມຸ່ງໄປເຖິງກາຍເປັນລະບົບນິເວດຂະຫຍັນຂັນເຄື່ອນໃນພາກພື້ນ. ລັດໄດ້ວາງອອກບັນດາຍຸດທະສາດ ພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 2030 ດ້ວຍກຳລັງໜູນຕົ້ນຕໍແມ່ນອີງໃສ່ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ