ຫວຽດ​ນາມ - ຈີນ ປຶ​ກສາ​ຫາ​ລືມາດ​ຕະ​ການ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ

(VOVWORLD) -ໃນວັນທີ 13 ສິງຫາ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງການຄ້າ ຈີນ ເປັນປະທານຮ່ວມຈັດກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດການຮ່ວມມືດ້ານເສດຖະກິດການຄ້າ ຫວຽດນາມ-ຈີນ (ກຸ່ມປະຕິບັດ) ຄັ້ງທຳອິດຜ່ານທາງອອນລາຍ.
ຫວຽດ​ນາມ - ຈີນ ປຶ​ກສາ​ຫາ​ລືມາດ​ຕະ​ການ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ - ảnh 1 ຕູ້ຄອນແຕເນີຂົນສົ່ງຜະລິດຕະພັນກະເສດຫວຽດນາມ ສົ່ງອອກໄປຍັງ ຈີນ (ພາບ: TTXVN)

ນີ້ແມ່ນກົນໄກໃນຮ່ວມມືຂອບເຂດຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ-ຈີນ ໄດ້ຈັດຂຶ້ນທຸກປີແນໃສ່ແລກປ່ຽນບັນດາມາດຕະການສຳລັບບັນດາບັນຫາມີຄວາມຫຍຸ້ງຍາກໃນການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ.

ທີ່ກອງປະຊຸມ, ສອງຝ່າຍໄດ້ທົບທວນຄືນສະພາບການຮ່ວມມືດ້ານເສດຖະກິດການຄ້າ ຫວຽດນາມ-ຈີນ ນັບແຕ່ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດ(ເດືອນ ທັນວາ ປີ 2019)ມາຮອດປະຈຸບັນ ແລະ ຮັບຮູ້ວ່າ, ຫຼາຍບັນຫາທີ່ໄດ້ແລກປ່ຽນຢູ່ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດໄດ້ສົມທົບກັນແກ້ໄຂ. ສອງຝ່າຍກໍ່ຕີລາຄາສູງຕໍ່ການສົມທົບຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດໃນການສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ, ທັງສົມທົບກັນຄວບຄຸມເຊື້ອພະຍາດໄດ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ