ຫວຽດນາມ - ຈີນ ເພີ່ມທະວີການຮ່ວມມື ຮອບດ້ານ

ຫວຽດນາມ - ຈີນ ເພີ່ມທະວີການຮ່ວມມື ຮອບດ້ານ - ảnh 1
(ທ່ານ​ຫງວຽນ​ທ້ຽນ​ເຍີນ ພົບປະກັບທ່ານ ອີ​ເຈີ້ງ​ເສິ່ງ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ ອີ​ເຈີ້ງ​ເສິ່ງ, ກຳມະການ​ປະຈຳ​ກົມ​ການ​ເມືອງ, ຫົວໜ້າ​ສະພາ​ປຶກສາ​​ການ​ເມືອງ​ປະຊາຊົນ​​ຈີນ, ທ່ານ​ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ,  ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຢ້ຽມຢາມ​ສັນຕະວະ​ໄມຕີ​ຈີນ ​ໃນ​ລະຫວ່າງ​ວັນ​ທີ 21 - 25/02. ຕອນ​ບ່າຍ​ວັນ​ທີ 23/02, ຢູ່​ປັກ​ກິ​ງ, ທ່ານ ຫງວຽນ​ທ້ຽນ​ເຍີນ ​​ໄດ້​ມີ​ການເຈລະຈາກັບ​ທ່ານ ອີ​ເຈີ້ງ​ເສິ່ງ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ, ພາຍຫຼັງ​ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ​ປະທານ​ປະ​ເທດ​​ເຈືອງ​ເຕີນ​ຊາງ ​ແລະ ການ​ຢ້ຽມຢາມ​ຫວຽດນາມຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ສຽງ ​ໃນ​ປີ 2013, ການ​ຢ້ຽມຢາມ​ຈີນ ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ອີກ​ເທື່ອ​ໜຶ່ງ​ໄດ້​ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດນາມ ​ແມ່ນ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ ອີ​ເຈີ້ງ​ເສິ່ງ ກໍ່​ສະ​ແດງ​ຄວາມ​ຫວັງວ່າ ​ສະພາ​ປຶກສາ​​ການ​ເມືອງ​ປະຊາຊົນ​​ຈີນ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ບັນດາການ​ຢ້ຽມຢາມຂັ້ນ​ສູງ​ລະຫວ່າງ 2 ຝ່າຍ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ,

        ສິ້ນ​ສຸດ​ການ​ເຈລະຈາ ​2 ຝ່າຍໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສະພາ​ປຶກສາ​​ການ​ເມືອງ​ປະຊາຊົນ​​ຈີນ ​​​ໄລຍະ 2014 – 2019.

ຂ່າວ/ບົດ​ອື່ນ