ຫວຽດນາມ ຈະກາຍເປັນປະເທດ “ມະຫາອຳນາດດ້ານພະລັງງານຂຽວ” ຢູ່ອາຊີ

(VOVWORLD) -ຫວຽດນາມ ສະແດງໃຫ້ໂລກຫັນໄດ້ຄວາມສາມາດໃນການຊຸກຍູ້ບັນດາມາດຕະການແກ້ໄຂດ້ານພະລັງງານສະອາດ, ດ້ວຍສະມັດຕະພາບການຕິດຕັ້ງໄຟຟ້າແສງຕາເວັນສູງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ຫວຽດນາມ ຈະກາຍເປັນປະເທດ “ມະຫາອຳນາດດ້ານພະລັງງານຂຽວ” ຢູ່ອາຊີ - ảnh 1ໄຟຟ້າແສງຕາເວັນ
(ພາບປະກອບ: TTXVN)

ວັນທີ 19 ສິງຫາ, ເວັບໄຊຂໍ້ມູນຂ່າວເຕັກໂນໂລຊີ Techwire Asia ມີສຳນັກງານຕັ້ງຢູ່ ມາເລເຊຍ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ສະແດງໃຫ້ໂລກຫັນໄດ້ຄວາມສາມາດໃນການຊຸກຍູ້ບັນດາມາດຕະການແກ້ໄຂດ້ານພະລັງງານສະອາດ, ດ້ວຍສະມັດຕະພາບການຕິດຕັ້ງໄຟຟ້າແສງຕາເວັນສູງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້; ຄຳໝັ້ນສັນຍາຂອງລັດຖະບານກ່ຽວກັບການຊຸກຍູ້ການສະໜອງພະລັງງານ ແລະ ຄວາມຕ້ອງການທາງດ້ານຄຸນນະພາບອາກາດຢ່າງແຮງ. ຕາມ Techwire Asia ແລ້ວ, ໂດຍແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມເຂັ້ມງວດໃນການເດີນຕາມວິວັດທະນາການຫັນປ່ຽນພະລັງງານຂຽວ, ພິເສດແມ່ນເມື່ອນຳໃຊ້ພະລັງງານແສງຕາເວັນ.

ຕາມບົດລາຍງານຂອງທະນາຄານໂລກ (WB) ແລ້ວ, ຫວຽດນາມ ນອນໃນ top 10 ປະເທດມີສະມັດຕະພາບຕິດຕັ້ງພະລັງງານແສງຕາເວັນສູງທີ່ສຸດໃນໂລກ. ບັນດານັກຊ່ຽວຊານຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ລື່ນກາຍສູງກວ່າໃນຕະຕາລາງຈັດອັນດັບ.

ຕອບກັບ

ຂ່າວ/ບົດ​ອື່ນ