ຫວຽດນາມ ຈະຊຸກຍູ້ບັນດາໂຄງການລົງທຶນເຂົ້າເຂດພັດທະນາພິເສດ Mariel ຂອງ ກຸຍບາ

(VOVWORLD) -ໃນໄລຍະຈະມາເຖິງ, ຫວຽດນາມ ຈະຊຸກຍູ້ບັນດາໂຄງການລົງທຶນເຂົ້າເຂດພັດທະນາພິເສດ Mariel ດ້ວຍບັນດາຂົງເຂດທີ່ຈຳເປັນຮັບໃຊ້ຄວາມຕ້ອງການພັດທະນາ, ການດຳລົງຊີວິດຂອງປະຊາຊົນກຸຍບາ
ຫວຽດນາມ ຈະຊຸກຍູ້ບັນດາໂຄງການລົງທຶນເຂົ້າເຂດພັດທະນາພິເສດ Mariel ຂອງ ກຸຍບາ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດກຸຍບາ Rodrigo Malmierca Diaz
(ພາບ: TTXVN)

ຕອນເຊົ້າວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana ຂອງກຸຍບາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດກຸຍບາ Rodrigo Malmierca Diaz ແລະ ການນຳເຂດພັດທະນາພິເສດ Mariel. ຢູ່ທີ່ນີ້, ຝ່າຍກຸຍບາ ປາດຖະໜາວ່າ ຈະມີໂຄງການລົງທຶນຈາກຫວຽດນາມ ຕື່ມອີກ ບົນພື້ນຖານບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແລ້ວໃນບັນດາຂົງເຂດ ຍຸຕິທຳ, ການຄ້າ, ການເງິນ…

        ສ່ວນທ່ານປະທານປະເທດຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະຊຸກຍູ້ບັນດາໂຄງການລົງທຶນເຂົ້າເຂດພັດທະນາພິເສດ Mariel ດ້ວຍບັນດາຂົງເຂດທີ່ຈຳເປັນຮັບໃຊ້ຄວາມຕ້ອງການພັດທະນາ, ການດຳລົງຊີວິດຂອງປະຊາຊົນກຸຍບາ, ໂດຍສະເພາະແມ່ນບັນດາສິນຄ້າທີ່ຈຳເປັນ, ອຸດສາຫະກຳເຕັກໂນໂລຊີສູງ, ພັດທະນາພື້ນຖານໂຄງລ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ