ຫວຽດນາມ ຈະຍົກເລີກການແຈ້ງອາການສຸຂະພາບພາຍໃນປະເທດ, ຄ່ອຍໆນຳການແຈ້ງຂໍ້ມູນເຂົ້າເມືອງກັບຄືນສູ່ປົກກະຕິ

(VOVWORLD) -ໃນໄລຍະຈະມາເຖິງນີ້, ຫວຽດນາມ ຈະຍົກເລີກການແຈ້ງອາການສຸຂະພາບຢູ່ພາຍໃນປະເທດ, ສຳລັບການແຈ້ງຂໍ້ມູນເຂົ້າເມືອງພຽງແຕ່ແຈ້ງຖືກທຳນຽມສາກົນ.
ຫວຽດນາມ ຈະຍົກເລີກການແຈ້ງອາການສຸຂະພາບພາຍໃນປະເທດ, ຄ່ອຍໆນຳການແຈ້ງຂໍ້ມູນເຂົ້າເມືອງກັບຄືນສູ່ປົກກະຕິ - ảnh 1ທີ່ກອງປະຊຸມທາງໄກ
(ພາບ: nhandan.vn)

ກ່າວຄຳເຫັນທີ່ກອງປະຊຸມທາງໄກກ່ຽວກັບວຽກງານສັກວັກຊິນກັນໂຄວິດ-19 ໃນວັນທີ 26 ເມສາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງຈະຍົກເລີກການແຈ້ງອາການສຸຂະພາບພາຍໃນປະເທດ ຍ້ອນວ່າບໍ່ໄດ້ປະຕິບັດການຕາມຫາທາມລາຍຂອງຜູ້ຕິດເຊື້ອຄືກ່ອນນີ້ອີກແລ້ວ. ນີ້ແມ່ນວຽກງານເພື່ອການດຳລົງຊີວິດກັບຄືນສູ່ສະພາບປົກກະຕິ.

        ສຳລັບການແຈ້ງຂໍ້ມູນເຂົ້າເມືອງ, ທ່ານລັດຖະມົນຕີ ຫງວຽນແທັງລອງ ໃຫ້ຮູ້ວ່າ ກໍ່ຈະຄ່ອຍໆກັບຄືນສູ່ສະພາບປົກກະຕິ, ໝາຍຄວາມວ່າ ພຽງແຕ່ແຈ້ງຂໍ້ມູນໃຫ້ຖືກຕາມທຳນຽບສາກົນ, ໃນນັ້ນແມ່ນຕ້ອງການຂໍ້ມູນພື້ນຖານ, ຂໍ້ມູນນີ້ແມ່ນບໍ່ຮັບໃຊ້ຈຸດປະສົງອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ