ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງເລິກເຊິ່ງກວ້າງຂວາງ

(VOVWORLD) -ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງເລິກເຊິ່ງກວ້າງຂວາງ, ນັບທັງບໍລິເວນເຄື່ອນໄຫວ ແລະ ຮູບແບບຫົວໜ່ວຍເຂົ້າຮ່ວມ.
ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງເລິກເຊິ່ງກວ້າງຂວາງ - ảnh 1(ການປຶກສາຫາລືລວມຂອງຄະນະກຳມະການ 4 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76)

ວັນທີ 25 ຕຸລາ (ຕາມເວລາ ນິວຢອກ), ທີ່ການປຶກສາຫາລືລວມຂອງຄະນະກຳມະການການເມືອງພິເສດ ແລະ ລົບລ້າງລ່າເມືອງຂຶ້ນ (ຄະນະກຳມະການ 4) ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ,  ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງເລິກເຊິ່ງກວ້າງຂວາງ, ນັບທັງບໍລິເວນເຄື່ອນໄຫວ ແລະ ຮູບແບບຫົວໜ່ວຍເຂົ້າຮ່ວມ.

        ໂດຍສະແດງຄວາມວິຕົກກັງວົນກ່ຽວກັບສະພາບຊາວລີ້ໄພ ປາແລດສະຕິນ ຢູ່ເຂດ ກາຊາ ແລະ ບັນດາຜືນແຜ່ນດິນທີ່ຖືກຢຶດຄອງ, ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວມະນຸດສະທຳ ແລະ ຮຽກຮ້ອງການສະໜັບສະໜູນຂອງເລຂາທິການໃຫຍ່ສະຫະປະຊາຊາດ ເພີ່ມທະວີການປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງ UNRWA.

        ກໍ່ກ່ຽວຂ້ອງເຖິງບັນຫາລູກລະເບີດ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ສະເໜີການແກ້ໄຂບັນດາສິ່ງທ້າທາຍໃນວິວັດການຜັນຂະຫຍາຍບັນດາການເຄື່ອນໄຫວລູກລະເບີດຕາມຂໍ້ສະເໜີແນະຂອງສະມັດຊາໃຫຍ່ ແລະ ສະພາຄວາມໝັ້ນຄົງ, ກໍ່ຄືຖະແຫຼງການປະທານສະພາຄວາມໝັ້ນຄົງ ໂດຍຫວຽດນາມ ສະເໜີຮັບຮອງເອົາເມື່ອເດືອນ ເມສາ 2021 ທີ່ກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ.

ຕອບກັບ

ຂ່າວ/ບົດ​ອື່ນ